ກະຊວງຍຸຕິທຳອາເມລິກາໄດ້ກ່າວຫາກຳປັ່ນ Grace 1 ວ່າຍັງຈອດຢູ່ເຂດນ້ຳແດນດິນຂອງອັງກິດ ຢູ່ທະເລເມດີເຕຣາເນ, ແມ່ນນອນໃນ “ກົນອຸບາຍສຳຜັດກັບລະບົບການເງິນຂອງອາເມລິກາຢ່າງຜິດກົດໝາຍ ເພື່ອໜູນຊ່ວຍການຂົນສົ່ງຢ່າງຜິດກົດໝາຍຈາກອີຣານ ໄປເຖິງຊີຣີ ໂດຍກຳລັງທະຫານປ້ອງກັນປະຕິວັດອິດສະລາມອີຣານ (IRGC) ປະຕິບັດ”.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມຄຳສັ່ງດັ່ງກ່າວແລ້ວ, ກຳປັ່ນລຳນີ້ພ້ອມກັບນ້ຳມັນທັງໝົດແມ່ນຈະຖືກກັກໄວ້ຍ້ອນໄດ້ລ່ວງລະເມີດກົດໝາຍສິດເສດຖະກິດຮີບດ່ວນສາກົນ (IEEPA) ແລະອີງໃສ່ກົດລະບຽບຮີບຊັບ ຍ້ອນມີການສໍ້ໂກງທະນາຄານ, ຟອກເງິນ ແລະກໍ່ການຮ້າຍ.

ປະຈຸບັນຝ່າຍອັງກິດ ຫຼືອຳນາດການປົກຄອງ Gibraltar ຍັງບໍ່ທັນມີປະຕິກິລິຍາຫຍັງເທື່ອກ່ຽວກັບຄຳສັ່ງດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn