leftcenterrightdel
ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່່າວຄຳເຫັນກັບຊ່ອງໂທລະພາບ Fox News, ທ່ານ Mike Pompeo ໄດ້ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດອາເມລິກາ ໄດ້ມີການໂອ້ລົມສົນທະນາກັບຝ່າຍ ສປປ.ເກົາຫຼີ. ທ່ານປະທານ Kim Jong-un ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳບັນດາກຸ່ມຂອງພວກຂ້າພະເຈົ້າກັບຄືນໂຕະເຈລະຈາ. ຂ້າພະເຈົ້າຫວັງວ່າ ພວກຂ້າພະເຈົ້າຈະໄດ້ກັບຄືນໂຕະເຈລະຈາ. ທ່ານ Mike Pompeo ໄດ້ຕີລາຄາສູງເລື່ອງການນຳ ສປປ.ເກົາຫຼີ Kim Jong-un ໃຫ້ຄຳໝັ້ນສັນຍາປອດນິວເຄຼຍໃນກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອເດືອນ ມິຖຸນາ 2018 ຢູ່ ສິງກະໂປ. ຕາມທ່ານແລ້ວ, ສອງຝ່າຍຍັງມີບັນດາການໂອ້ລົມສົນທະນາ ແລະປັດຈຸບັນແມ່ນຈຸດເວລາທີ່ເລີ່ມປະຕິບັດສິ່ງນີ້, ເພື່ອໃຫ້ປະຊາຊົນ ສປປ.ເກົາຫຼີ ອາດຈະມີອະນາຄົດທີ່ສົດໃສກວ່າ, ແມ່ນສິ່ງທີ່ທ່ານປະທານາທິບໍດີອາເມລິກາ ເວົ້າເຖິງໃນຕະຫຼອດປີເຄິ່ງທີ່ຜ່ານມາ.

ແຫຼ່ງຄັດຈາກ: vovworld.vn.