leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາຢູ່ມົດສະກູ ກັບຄູ່ຕຳແໜ່ງສ.ເກົາຫຼີ Kang Kyung wha, ທ່ານ Sergei Lavrov ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າໄດ້ປຶກສາຫາລືແງ່ຫວັງຮ່ວມມື 3 ຝ່າຍ, ດ້ວຍການເຂົ້າຮ່ວມຂອງສປປ.ເກົາຫຼີ, ກ່ຽວຂ້ອງເຖິງໂຄງການເສັ້ນທາງລົດໄຟຂ້າມຊາດ, ການສ້າງລະບົບນ້ຳມັນ ແລະ ສາຍສົ່ງໄຟຟ້າ. ປະຈຸບັນ, ບັນດາໂຄງການດັ່ງກ່າວຍັງແມ່ນແຜນການ, ແຕ່ພວກຂ້າພະເຈົ້າເຊື່ອແນ່ວ່າຈະປະຕິບັດໃນພາກຕົວຈິງ, ຍ້ອນບັນດາແຜນການດັ່ງກ່າວອາດຈະສ້າງເງື່ອນໄຂເພື່ອບັນລຸແງ່ຫວັງໃນການແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ”.

ທ່ານລັດຖະມົນຕີ Sergei Lavrov ເນັ້ນໜັກວ່າ, ລັດເຊຍ ແລະ ສ.ເກົາຫຼີ ເຫັນດີຄວນມານະພະຍາຍາມເພື່ອແກ້ໄຂວິກິດການໃນແຫຼມເກົາຫຼີ. ທັງ 2 ຝ່າຍລ້ວນແຕ່ຕີລາຄາວ່າມາດຕະການແກ້ໄຂດ້ານການເມືອງແມ່ນວິທີໜຶ່ງດຽວທີ່ສາມາດເປັນໄປໄດ້ ເພື່ອບັນລຸວິວັດທະນາການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນພາກພື້ນ.

ແຫຼ່ງຄັດຈາກ: vovworld.vn