leftcenterrightdel
ກໍາປັ່ນຂົນສົ່ງນ້ຳມັນຖືກບຸກຈົມຕີຢູ່ອ່າວ Oman. (ພາບ: AFP/TTXVN)

ພ້ອມທັງຖືວ່າ, ວໍຊິງຕັນ ໄດ້ຍົກອອກຄຳກ່າວຫາ ເຕເຮຣານ ໂດຍທັນທີ ແຕ່ບໍ່ມີພະຍານຫຼັກຖານຢ່າງຈະແຈ້ງໃດ. ທ່ານລັດຖະມົນຕີການຕ່າງປະເທດ Javad Zarif ໄດ້ກ່າວຫາ ວໍຊິງຕັນ ວ່າ ຊອກຫາວິທີເພື່ອທຳລາຍບັນດາຄວາມມານະພະຍາຍາມທາງການທູດ ໃນສະພາບທີ່ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄປຢ້ຽມຢາມອີຣານ ເພື່ອເປັນຄົນກາງໄກ່ເກ່ຍໃຫ້ແກ່ຄວາມເຄັ່ງຕຶງໃນປະຈຸບັນ ຢູ່ພາກພື້ນຕາເວັນອອກກາງ.

ຄຳຖະແຫຼງດັ່ງກ່າວແມ່ນເພື່ອແນໃສ່ໂຕ້ຕອບເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ກ່າວຫາອີຣານ ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີກໍາປັ່ນຂົນສົ່ງນ້ຳມັນ 2 ລຳຂອງນອກແວ ແລະ ຍີ່ປຸ່ນ ຜ່ານມາ.

ແຫຼ່ງຄັດຈາກ: vovworld.vn