leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo. ພາບ: Reuters.

ທ່ານປະທານາທິບໍດີລັດເຊຍ Vladimir Putin ຢືນຢັນວ່າ, ມົດສະກູ ປາດຖະໜາຢາກ “ຟື້ນຟູຢ່າງຮອບດ້ານ” ການພົວພັນກັບວໍຊິງຕັນ.

ທ່ານປະທານາທິບໍດີ V.Putin ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ Donald Trump ເມື່ອວັນທີ 3 ພຶດສະພາ, ທ່ານ “ມີຄວາມປະທັບໃຈວ່າທ່ານປະທານາທິບໍດີ D.Trump ຢາກຟື້ນຟູການພົວພັນ ແລະຕິດຕໍ່ລະຫວ່າງລັດເຊຍ - ອາເມລິກາ ເພື່ອແກ້ໄຂບັນດາບັນຫາທີ່ສະແດງໃຫ້ເຫັນຜົນປະໂຫຍດລວມ”.

ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ໄດ້ຂຶ້ນແຜນການພົບປະກັບທ່ານປະທານາທິບໍດີ V.Putin ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນ ໃນເດືອນ ມິຖຸນາ ທີ່ຈະມາເຖິງນີ້.

ແຫຼ່ງຄັດຈາກ: vovworld.vn