leftcenterrightdel
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ພາບ: ສໍານັກຂ່າວສານຫວຽດນາມ.

ການນຳສອງທ່ານໄດ້ປຶກສາຫາລືບັນດາບັນຫາສາກົນ ກໍຄືຊຸກຍູ້ການຄ້າເສລີ ແລະການປະຕິຮູບອົງການການຄ້າໂລກ (WTO)… ສອງຝ່າຍໄດ້ເຫັນດີຈະຊີ້ນຳບັນດາກອງປະຊຸມປຶກສາຫາລືກ່ຽວກັບບັນດາບັນຫາດັ່ງກ່າວ ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ເຊິ່ງຄາດວ່າ ຈະດຳເນີນຢູ່ Osaka, ປະເທດຍີ່ປຸ່ນ ໃນເດືອນ ມິຖຸນາ ຈະມາເຖິງ. ການນຳສອງທ່ານໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອມຸ່ງໄປເຖິງຜົນສຳເລັດຂອງກອງປະຊຸມ G20 ກໍຄືກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ດ້ວຍສານທີ່ໄດ້ຍົກອອກມາຢ່າງແຮງກ່ຽວກັບການຄ້າເສລີ ແລະພ້ອມກັນແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ. ຕາມການຄາດຄະເນ, ກອງປະຊຸມສຸດຍອດ G7 ຈະດຳເນີນໃນເດືອນ ສິງຫາ ຢູ່ຝະລັ່ງ.

ແຫຼ່ງຄັດຈາກ: vovworld.vn