ໃນລະຫວ່າງວັນທີ 22 – 29 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະປະຕິບັດການຢ້ຽມຢາມບາງປະເທດ ເອີຣົບ ແລະອາເມລິກາເໜືອ ແນໃສ່ປຶກສາຫາລືບັນດາຫົວເລື່ອງໃນໂຄງການດຳເນີນງານທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຊຶ່ງຄາດວ່າຈະດຳເນີນຢູ່ Osaka ໃນເດືອນ ມິຖຸນາ ຈະມາເຖິງ.

ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Shinzo Abe ຈະຢ້ຽມຢາມ ແລະມີບັນດາການເຈລະຈາຂັ້ນສູງກັບການນຳ 4 ປະເທດຢູ່ເອີຣົບ ຄື: ຝຣັ່ງ, ອີຕາລີ, ສະໂລວາກີ, ແບນຊິກ ແລະ 2 ປະເທດຢູ່ ອາເມລິກາເໜືອ ຄື: ອາເມລິກາ ແລະການາດາ.

ແຫຼ່ງຄັດຈາກ: vovworld.vn