leftcenterrightdel
ທ່ານ Mike Pompeo  ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ. ພາບ: Reuters.

ຕາມທ່ານນາງ Morgan Ortagus, ໂຄສົກກະຊວງການຕ່າງປະເທດອາເມລິກາ ຄົນໃໝ່ແລ້ວ, ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບຸລິມະສິດທົ່ວໂລກ, ໃນນັ້ນມີເລື່ອງແກ້ໄຂບັນດາການປະທະກັນຢູ່ລີບີ ແລະເຢແມນ. ກ່ຽວກັບບັນຫາລີບີ, ສອງຝ່າຍຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຮັກສາຄວາມພະຍາຍາມທາງການທູດເພື່ອຢຸດຕິບັນດາການຮົບເລວກັນ ແລະນໍາບັນດາຝ່າຍທີ່ກ່ຽວຂ້ອງກັບຄືນວິວັດທະນາການທາງການເມືອງ. ກ່ຽວກັບສະພາບການຢູ່ເຢແມນ, ການນໍາກະຊວງການຕ່າງປະເທດສອງປະເທດ ເຫັນດີເປັນເອກະສັນໂດຍຖືວ່າ, ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຄໍາໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ສະວີເດັນ, ເພື່ອແນໃສ່ຊຸກຍູ້ການກ້າວໄປເຖິງວິວັດທະນາການທາງການເມືອງ. ນອກຈາກນີ້, ທ່ານນາງ Ortagus ຍັງໃຫ້ຮູ້ວ່າ, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືສອງຝ່າຍເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.

ໂດຍ: ກວຽດເຕິມ