leftcenterrightdel
ທ່ານນາຍົກລັດຖະມົນຕີ Benjamin Netanyahu (ຢູ່ໃຈກາງ). ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ພາຍຫຼັງບົ່ງຕົວທ່ານນາຍົກລັດຖະມົນຕີ Benjamin Netanyahu ຢ່າງເປັນທາງການ, ທ່ານປະທານາທິບໍດີ Reuven Rivlin ເນັ້ນໜັກວ່າ: “ໃນບັນດາລະບອບປະຊາທິປະໄຕ, ພັກມີທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດແມ່ນມີສິດຕັດສິນ. ແລະໃນບັນດາການປ່ອນບັດເລືອກຕັ້ງຄືແນວນັ້ນ, ພັກມີທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດໄດ້ຍົກອອກທັດສະນະຂອງຕົນ”. ທ່ານປະທານາທິບໍດີ Rivlin ກໍຮຽກຮ້ອງຫຼຸດຜ່ອນສະພາບການແບ່ງແຍກໃນສັງຄົມພາຍຫຼັງບັນດາການຕໍາໜິຕິຕຽນເຊິ່ງກັນ ແລະກັນລະຫວ່າງບັນດາພັກຝ່າຍ ກ່ອນດໍາເນີນການປ່ອນບັດເລືອກຕັ້ງ.

ແຫຼ່ງຄັດຈາກ: vovworld.vn