ພື້ນຖານທ່ອງທ່ຽວອອນໄລແຖວໜ້າຂອງໂລກ Booking.com ໄດ້ປະກາດ 10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ ໃນລາງວັນ Traveller Review Awards. ໂຮ້ຍອານ (ກວາງນາມ) ຢືນອັນດັບ 1, ຟອງຍາ (ກວາງບິ່ງ) ຢືນອັນດັບທີ 2 ໃນບັນຊີລາຍຊື່ດັ່ງກ່າວ.

ຢືນອັນດັບໜຶ່ງໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມແມ່ນ ໂຮ້ຍອານ (ກວາງນາມ), ຖັດມາແມ່ນ ຟອງຍາ, ນິງບິ່ງ, ກາວບັງ, ຝູ໋ກວກ, ຮ່າຢາງ, ຮະລອງ, ດ່າລາດ, ຕຸຍຮວ່າ ແລະ ຍາຈາງ.

leftcenterrightdel
ຟອງຍາ ຢືນອັນດັບ 2 ໃນບັນຊີລາຍຊື່ 10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ. ພາບ: baoquocte.vn

ໝາກຜົນດັ່ງກ່າວແມ່ນອີງຕາມການຕີລາຄາຂອງນັກທ່ອງທ່ຽວທີ່ມາຈາກຫຼາຍປະເທດໃນໂລກ ແລະ ຫວຽດນາມ ນັບລ້ານເທື່ອຄົນ, ກ່ຽວກັບ 11.360 ສະຖານທີ່ພັກເຊົາຢູ່ຫວຽດນາມ. ມີແຕ່ນຳໃຊ້ບໍລິການຢູ່ສະຖານທີ່ເຫຼົ່ານີ້, ນັກທ່ອງທ່ຽວຈຶ່ງສາມາດຕີລາຄາບັນດາສະຖາທີ່ພັກເຊົາຢູ່ ໃນ Booking.com ໄດ້.

ຕາມ Booking.com ແລ້ວ, ການຈັດບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ ປີ 2024 ເພື່ອຊ່ວຍໃຫ້ນັກທ່ອງທ່ຽວມີການທ່ອງທ່ຽວທີ່ໜ້າຈົດຈຳ. ນັກທ່ອງທ່ຽວສາມາດຄົ້ນຫາທັດສະນີຍະພາບ ແລະຮູ້ສຶກໄດ້ການຕ້ອນຮັບຢ່າງອົບອຸ່ນ ແລະຮັກແພງແຂກຄົນເຊິ່ງບັນດາສະຖານທີ່ດັ່ງກ່າວນໍາມາໃຫ້.

Booking.com ເປັນພື້ນຖານການທ່ອງທ່ຽວດີຈີຕອນ, ໜູນຊ່ວຍນັກທ່ອງທ່ຽວຈອງທີ່ພັກເຊົາ, ຖ້ຽວບິນ ແລະເຊື່ອມຕໍ່, ຕີລາຄາສະຖານທີ່ທ່ອງທ່ຽວ.

ໂດຍ: ທະນາພອນ