ຫວ່າງມໍ່ໆມານີ້, ແຂວງຮ່ານາມ ຫາກໍ່ໄດ້ຈັດເຂົ້າບັນຊີລາຍຊື່ "ສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າຂອງອາຊີ" ແລະ "ສະຖານທີ່ທ່ອງທ່ຽວວັດທະນະທຳທ້ອງຖິ່ນແຖວໜ້າຂອງອາຊີ" ຂອງ World Travel Awards.

leftcenterrightdel
ວັດ ເດ້ຍຕ້າງຟີລາຍຕື້ ຢູ່ແຂງຮ່ານາມ. ພາບ: ຢ້ຽວລິງ.

ນີ້ແມ່ນຄັ້ງທີ 31 ທີ່ລາງວັນທ່ອງທ່ຽວໂລກ (World Travel Awards - WTA) ອາຊີ ແລະທະວີບມະຫາສະໝຸດໄດ້ຈັດຕັ້ງ. ລາງວັນ WTA ແມ່ນໜຶ່ງໃນບັນດາລາງວັນທີ່ມີຊື່ສຽງທີ່ສຸດໃນຂົງເຂດທ່ອງທ່ຽວ, ທີ່ສ້າງຕັ້ງຂຶ້ນແຕ່ປີ 1993 ເພື່ອຮັບຮູ້, ຍ້ອງຍໍ ແລະເຊີດຊູຊື່ດີເດັ່ນທີ່ສຸດໃນຂະແໜງທ່ອງທ່ຽວທົ່ວໂລກ.

ປີ 2023, ຮ່ານາມ ໄດ້ຮັບການເຊີດຊູເປັນ “ສະຖານທີ່ທ່ອງທ່ຽວວັດທະນະທຳທ້ອງຖິ່ນແຖວໜ້າຂອງໂລກ”. ໂດຍຕັ້ງຢູ່ທາງທິດໃຕ້ຂອງຮ່າໂນ້ຍ, ຫ່າງຈາກນະຄອນຫຼວງປະມານ 65 ກິໂລແມັດ, ແຂວງຮ່ານາມ ມີຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຈິດວີນຍານ, ວັດທະນະທຳ, ຊີວະພາບ ແລະອາຫານການກິນ ເມື່ອມີລະບົບມໍລະດົກປະຫວັດສາດ, ທັດສະນິຍະພາບ ແລະໝູ່ບ້ານອາຊີບຫັດຖະກຳທີ່ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະມີສີສັນຫຼາກຫຼາຍ.

ໂດຍ: ຈາງຫງວຽນ