ຂອບເຂດການວາງແຜນຈະກວມເອົາເນື້ອທີ່ທັງໝົດຂອງເຂດທັດສະນີຍະພາບລະດັບຊາດພິເສດ ຈ່າງອານ-ຕາມກົກ-ບິກດົ້ງ,  ນອນໃນຂອບເຂດມໍລະດົກວັດທະນະທຳ ແລະທຳມະຊາດໂລກເຂດທັດສະນີຍະພາບຈ່າງອານ ເຊິ່ງໄດ້ຮັບການຮັບຮອງຈາກ UNESCO ມີເນື້ອທີ່ທັງໝົດເກືອບ 9,700 ເຮັກຕາ.

leftcenterrightdel
ຈ່າງອານ-ຕາມກົກ-ບິກດົ້ງ ແມ່ນເຂດທັດສະນີຍະພາບລະດັບຊາດພິເສດ. ພາບ: baochinhphu.vn

ເປົ້າໝາຍຂອງການວາງແຜນແມ່ນເພື່ອແນໃສ່ຮັກສາບັນດາຄຸນຄ່າມໍລະດົກໂລກທີ່ພົ້ນເດັ່ນ, ຫັນຍຸດທະສາດ ແລະການກໍານົດທິດທາງພັດທະນາຂອງແຂວງນິງບິ່ງ ເປັນລະອຽດ ແລະປະຕິບັດຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ກັບ UNESCO ໃນການອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກ; ອະນຸລັກຮັກສາມໍລະດົກໃຫ້ສົມກັບການພັດທະນາແບບຍືນຍົງ, ເຮັດໃຫ້ເຂດທັດສະນີຍະພາບຈ່າາງອານ, ແຂວງ ນິງບິ່ງ ກາຍເປັນເຂດທ່ອງທ່ຽວທີ່ມີຄວາມດຶງດູດຂອງຫວຽດນາມ ແລະສາກົນ, ແມ່ນກຳລັງໜູນຊຸກຍູ້ການພັດທະນາຂອງແຂວງນິງບິ່ງ ແລະເຂດທົ່ງພຽງພາກເໜືອ.

ໂດຍ: ທູຈາງ