ກົມໃຫຍ່ທ່ອງທ່ຽວຫວຽດນາມ ຫາກໍ່ໃຫ້ຮູ້ວ່າ ການຊອກຫາສິ່ງທີ່ສົນໃຈກ່ຽວກັບການທ່ອງທ່ຽວຫວຽດນາມ ຜ່ານເຄື່ອງມືຊອກຫາທ່າອ່ຽງການຕະຫຼາດຂອງ Google ມີການເຕີບໂຕຢູ່ລະດັບ 10-25% ໃນໄລຍະແຕ່ເດືອນມິນາ ຫາຕົ້ນເດືອນມິຖຸນາ, ຢືນອັນດັບທີ 7 ໃນໂລກ. ຕາມນັ້ນແລ້ວ, ຈຳນວນ 10 ສະຖານທີ່ທ່ອງທ່ຽວມີການເຕີບໂຕໄວທີ່ສຸດໃນໂລກ, ລວມມີ: ຕວັກກີ, ເກຼັກ, ກຣົວຊີ, ອິນເດຍ, ອີຕາລີ, ແອັດສະປາຍ, ຫວຽດນາມ, ອາເມລິກາ, ຍີ່ປຸ່ນ, ອັງກິດ. ຫວຽດນາມ ແມ່ນປະເທດໜຶ່ງດຽວຢູ່ ອາຊີຕາເວັນອອກສ່ຽງໃຕ້ ນອນໃນກຸ່ມນີ້.

ໃນກຸ່ມ 10 ຕະຫຼາດສາກົນຊອກຫາຫຼາຍທີ່ສຸດກ່ຽວກັບການທ່ອງທ່ຽວຫວຽດນາມ ມີ ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ສ.ເກົາຫຼີ, ສິງກະໂປ, ອັງກິດ, ມາເລເຊຍ, ເຢຍລະມັນ, ຝລັ່ງ. ນີ້ລ້ວນແຕ່ແມ່ນຕະຫຼາດຈຸດສຸມຂອງການທ່ອງທ່ຽວຫວຽດນາມ ທີ່ຕາງໜ້າໃຫ້ແກ່ບັນດາພາກພື້ນ, ຄື: ອາເມລິກາເໜືອ, ອາຊີຕາເວັນອອກສ່ຽງເໜືອ, ເອີລົບຕາເວັນຕົກ, ອາຊີຕາເວັນອອກສ່ຽງໃຕ້. ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ຮັບການຊອກຫາຫຼາຍທີ່ສຸດແມ່ນຢູ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດ່ານັງ, ຝຸກວັກ, ຍາຈາງ ແລະໂຮ້ຍອານ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ