Festival ທະເລຍາຈາງ 2023
ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງໄປສູ່ຜູ້ຊົມເຊິ່ງແມ່ນຈຸດທີ່ເປັນເອກະລັກພົ້ນເດັ່ນໃນການອອກແຮງງານ, ຊີວິດທາງດ້ານວັດຖຸ, ຈິດໃຈ.
ແຕ່ວັນທີ 01 ມິຖຸນາຫາວັນທີ 30 ສິງຫາ, ໃນຂອບເຂດ Festival ທະເລຍາຈາງ - ແຄງຮ່ວາ 2023, ຫໍພິພິຕະພັນແຂວງແຄງຮ່ວາ ໄດ້ສົມທົບກັບຫໍພິພິຕະພັນແຂວງດັກລັກຈັດງານວາງສະແດງ “ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳບັນດາເຜົ່າທິດໃຕ້ພາກກາງ ແລະເຂດໄຕງວຽນ”.
    |
 |
ງານວາງສະແດງແນະນຳຈຸດທີ່ເປັນເອກະລັກພົ້ນເດັ່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງໄປສູ່ຜູ້ຊົມເຊິ່ງແມ່ນຈຸດທີ່ເປັນເອກະລັກພົ້ນເດັ່ນໃນການອອກແຮງງານ, ຊີວິດທາງດ້ານວັດຖຸ, ຈິດໃຈ… ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ໄຕງວຽນ, ຄື: ບານາ, ເອເດ, ເຊີດັງ, ຣາງລາຍ. ໃນຂອບເຂດງານວາງສະແດງຍັງສະແດງການຕີຄ້ອງ; ສະແດງບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອ; ງານວາງສະແດງຕົ້ນໄມ້ປະດັບ…
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ