ໝູ່ເກາະ ກ໊າດບ່າ ລວມມີ 367 ເກາະໃຫຍ່ ແລະນ້ອຍ, ໃນນັ້ນ, ເກາະ ກ໊າດບ່າ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດ. ໂດຍຂະໜານນາມວ່າ ເພັດມະນີຂອງອ່າວພາກເໜືອ, ສະຖານທີ່ແຫ່ງນີ້ມີທັດສະນີຍະພາບທີ່ສວຍງາມ, ດ້ວຍຫາດຊາຍທະເລສີຟ້າ, ສາຍພູຫີນປູນໃຫຍ່ໂຕມະໂຫຖານ ແລະລະບົບຊີວະພາບດ້ວຍສັດ ແລະພືດທີ່ຫຼາກຫຼາຍ.

leftcenterrightdel
ອ່າວລານຮ້າ ແມ່ນໜຶ່ງໃນບັນດາອ່າວສວຍງາມທີ່ສຸດຢູ່ ກ໊າດບ່າ. ພາບ: vietjetair.com

ກ໊າດບ່າ, ດ້ວຍສະຖານທີ່ທ່ອງທ່ຽວເປັນໜ້າຈັບໃຈຫຼາຍແຫ່ງກຳລັງລໍຖ້ານັກທ່ອງທ່ຽວມາຄົ້ນຫາ. ຄຽງຂ້າງບັນດາຫາດຊາຍທະເລທີ່ສວຍງາມ, ປ່າສະຫງວນແຫ່ງຊາດ ກ໊າດບ່າ ກໍ່ແມ່ນສະຖານທີ່ຄວນແວ່ຢາມ. ຢູ່ທີ່ນີ້ນັກທ່ອງທ່ຽວຈະໄດ້ຊົມເຂດປ່າດົງດິບທີ່ຂຽວອຸ່ມທຸ່ມ, ດ້ວຍອາກາດປອດໂປ່ງ, ເຢັນສະບາຍ.

ໜຶ່ງໃນບັນດາອ່າວທີ່ສວຍງາມທີ່ສຸດຢູ່ ກ໊າດບ່າ ແມ່ນອ່າວລານຮ້າ, ມີຄວາມງາມງຽບສະຫງົບ. ນອກຈາກນັ້ນ, ສະຖານທີ່ຕ່າງໆ, ຄື: ຖໍ້າຈູງຈາງ, ຖໍ້າກວນອີ... ລ້ວນແຕ່ສ້າງຄວາມຈັບໃຈໃຫ້ນັກທ່ອງທ່ຽວ. ຄຽງຂ້າງ ກ໊າດບ່າ,  9 ສະຖານທີ່ທ່ອງທ່ຽວອື່ນ ກໍ່ໄດ້ຮັບການສະເໜີຈາກ Microsoft Travel, ລວມມີ Maldives, Osaka (ຍີ່ປຸ່ນ), Sihanoukville (ກໍາປູເຈຍ), El Nido ແລະ Boracay (ຟີລິບປິນ), Phuket (ໄທ), ບາລີ, Pulau Nusa Penida ແລະ Komodo (ອິນໂດເນເຊຍ).

ໂດຍ: ເຈິ່ນຮວ່ຽນ