leftcenterrightdel
ໜຶ່ງໃນ 13 ສະຖານທີ່ພັກທີ່ເຂົ້າຮ່ວມການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາເກາະຝຸກວກ ແຕ່ວັນທີ 20 ພະຈິກ. ພາບ: ດາດຟານ.

ນີ້ແມ່ນໜຶ່ງໃນບັນດາຄະນະນັກທ່ອງທ່ຽວສາກົນທໍາອິດທີ່ມີ “ໜັງສືຜ່ານແດນວັກຊິນ” ມາຫວຽດນາມ ໃນໄລຍະປົກກະຕິໃໝ່. ຄະນະນັກທ່ອງທ່ຽວຈະມີເວລາທ່ອງທ່ຽວພັກຜ່ອນແມ່ນ 4 ມື້, 3 ຄືນດ້ວຍການເດີນທາງຈາກສະໜາມບິນເຖິງສະຖານທີ່ທ່ອງທ່ຽວພັກຜ່ອນຢ່ອນອາລົມໂດຍກົງ. ພາຍຫຼັງເຂົ້າເມືອງ, ນັກທ່ອງທ່ຽວຈະດໍາເນີນການກວດສຸຂະພາບຢູ່ສະໜາມບິນ. ຄະນະນັກທ່ອງທ່ຽວທຸກຄົນຈະພັກຢູ່ສະຖານທີ່ທີ່ໄດ້ຮັບອະນຸຍາດຕ້ອນຮັບນັກທ່ອງທ່ຽວສາກົນ, ຮັບປະກັນບໍ່ໃຫ້ພົບປະກັບປະຊາຊົນ, ບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງນັກທ່ອງທ່ຽວຕ່າງໆ... ນັກທ່ອງທ່ຽວສາກົນຈະດໍາເນີນວິເຄາະຫາເຊື້ອພະຍາດໂຄວິດ-19 ທີ່ໃຫ້ຜົນໄວສອງເທື່ອໃນວັນທໍາອິດ ແລະວັນສຸດທ້າຍຂອງການເດີນທາງ, ຮັບປະກັນປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດ. ພາລະກອນທັງໝົດທີ່ຮັບໃຊ້ນັກທ່ອງທ່ຽວສາກົນລ້ວນແຕ່ໄດ້ປະຕິບັດຕາມມາດຕະການ “3 ກັບທີ່”.

ໂດຍ: ຈາງຫງວຽນ