leftcenterrightdel
ຖໍ້າເຊີນດ່ອງ. ພາບ: Oxalis

ຕາມເວັບໄຊ Insider ແລ້ວຖໍ້າ ເຊີນດ່ອງ ຂອງຫວຽດນາມ ນອນໃນເຂດປ່າສະຫງວນແຫ່ງຊາດຟອງຍາ–ແກ໋ບ່າງ, ແຂວງກວ໋າງບິ່ງ, ເຊິ່ງມີລວງຍາວກວ່າ 9 ກິໂລແມັດ, ນີ້ແມ່ນຖໍ້າກວ້າງທີ່ສຸດຢູ່ໃນໂລກ. ຄາດຄະເນວ່າ ຖໍ້າແຫ່ງນີ້ມີມາແຕ່ປະມານ 400 ຫາ 450 ລ້ານປີກ່ອນ ແຕ່ວ່າຫາກໍ່ໄດ້ຄົ້ນພົບໃນປີ 2009 ນີ້. ດ້ວຍລວງກວ້າງແມ່ນ 150 ແມັດ ແລະລວງສູງ 200 ແມັດ, ຖໍ້າເຊີນດ່ອງ ມີຄວາມກວ້າງໃຫຍ່ຢ່າງພຽງພໍ, ມີລະບົບອາກາດຖ່າຍເທທີ່ເປັນເອກະລາດກັບໂລກພາຍນອກ. ຍິ່ງໄປກວ່ານັ້ນ, ຢູ່ໃນຖໍ້າຍັງມີບັນດາກຸ່ມເມກ, ປ່າຕຶບ ແລະແມ່ນໍ້າລຳເຊສະເພາະຂອງຕົນ, ປຽບເໝືອນດັ່ງໂລກສໍານຶກທີ່ຜູ້ຄົນຄິດບໍ່ເຖິງ.

ໂດຍ: ຈາງຫງວຽນ