leftcenterrightdel
ທີມຊາດຍິງອົດສະຕາລີ ຕັ້ງໜ້າຫັດແອບຢູ່ສະໜາມກິລາເກິ້ມຝາ (ແຂວງກວ໋າງນິງ). ພາບ: ຫາຍດັງ.

ຄູຝຶກ ມາຍດຶກຈຸງ ໃຫ້ຮູ້ວ່າ “ຂ້າພະເຈົ້າ ວາງ 4 ເປົ້າໝາຍໃຫ້ແກ່ທີມ: ບໍ່ຖືກບັດ, ບໍ່ຖືກບາດເຈັບ, ຖືກຍິງເຂົ້າປະຕູໜ້ອຍ, ຍິງປະຕູໄດ້. ເມື່ອທຽບໃສ່ນັດທໍາອິດ, ພວກເຮົາມີໜ້າທີ່ຕື່ມອີກນັ້ນແມ່ນຍິງເຂົ້າປະຕູທີມຊາດອົດສະຕາລີ. ເກມຮັບແມ່ນບຸລິມະສິດແຖວໜ້າ, ແຕ່ພວກຂ້າພະເຈົ້າຕ້ອງພະຍາຍາມເພື່ອສ້າງຄວາມດຸ່ນດຽງ, ເຮັດໃຫ້ທຸກສິ່ງທຸກຢ່າງມີຄວາມກົມກຽວ ແລະປະຕິບັດສໍາເລັດເປົ້າໝາຍ”. ໃນຂະນະນັ້ນ, ຄູຝຶກອົດສະຕາລີ ແບ່ງປັນວ່າ: “ເຖິງວ່າໄດ້ຊະນະ 5-0 ປະຕູໃນການແຂ່ງຂັນໃນນັດທໍາອິດແລ້ວກໍຕາມແຕ່ອົດສະຕາລີ ຕ້ອງເຕະໃຫ້ດີກວ່ານີ້ອີກ. ຫວັງວ່າພວກຂ້າພະເຈົ້າຈະແຍ່ງໂກຕ້າໄດ້ ເພື່ອໄປແຂ່ງຂັນກິລາ Olympic Tokyo 2020”.

ທີມຊາດຍິງຫວຽດນາມ ຈະລົງສະໜາມເຕະກັບທີມຊາດຍິງອົດສະຕາລີ ໃນເວລາ 18:00 ໂມງຂອງວັນທີ 11 ມີນາ 2020 ຢູ່ສະໜາມກິລາເກິ້ມຝາ (ແຂວງກວ໋າງນິງ).

ໂດຍ: ໄຊຊະນະ