ຕອນຄໍ່າວັນທີ 1 ມິຖຸນາ, ຢູ່ຫໍກິລາ ຕຽນເຊີນ (ເມືອງ ຫາຍເຈົາ, ນະຄອນດ່າໜັງ) ໄດ້ດໍາເນີນພິທີເປີດງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະກ່າວປາໄສໄຂງານມະຫາກຳກິລາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ກ່າວປາໄສໄຂງານມະຫາກຳກິລາ. ພາບ: qdnd.vn

ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ແມ່ນງານມະຫາກໍາກິລາໃຫຍ່ທີ່ສຸດສໍາລັບນັກຮຽນມັດທະຍົມໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ງານມະຫາກຳກິລາຄັ້ງນີ້ໄດ້ຈັດຕັ້ງເພື່ອຊຸກຍູ້ຄວາມສາມັກຄີ, ມິດຕະພາບສາກົນ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ ເພື່ອພັດທະນາຢ່າງກົມກຽວລະຫວາ່ງກຳລັງກາຍ ແລະຈິດໃຈຂອງລຸ້ນໜຸ່ມອາຊີຕາເວັນອອກສ່ຽງໃຕ້.

ງານມະຫາກຳກິລາໄດ້ເຕົ້າໂຮມນັກກິລາ ແລະຄູຝຶກ 1.300 ຄົນທີ່ມາຈາກ 10 ປະເທດໃນພາກພື້ນຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະປະເທດເຈົ້າພາບຫວຽດນາມ.

leftcenterrightdel
ຜູ້ຕາງໜ້າຄະນະກິລານັກຮຽນຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມພິທີເປີດ. ພາບ: qdnd.vn

ດ້ວຍສານທີ່ວ່າ “ເຊື່ອມຕໍ່ພ້ອມກັນພັດທະນາ”, ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13 ຈັດຂຶ້ນແຕ່ວັນທີ 29 ພຶດສະພາ ຫາວັນທີ 9 ມິຖຸນາ, ລວມມີ 6 ປະເພດກິລາ (ແລ່ນ ແລະລານ, ລອຍນ້ຳ, ບານບ້ວງ, ຕີດອກປີກໄກ່, pencak silat ແລະໂວວີນາມ) ດ້ວຍ 107 ເນື້ອໃນການແຂ່ງຂັນ, ກົງກັບ 107 ຊຸດຫຼຽນ. ຄະນະກິລາຫວຽດນາມ ມີ 190 ສະມາຊິກເຂົ້າຮ່ວມ 66 ປະເພດກິລາຂອງງານມະຫາກໍາ.

ໂດຍ: ທະນາພອນ