ນັກກິລາ ເຈິ່ນດຶກມິງ ຄວ້າໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3
ແມ່ນຄັ້ງທຳອິດທີ່ ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ແລະ ລາວກໍເປັນຜູ້ທີ 2 ຂອງ ຫວຽດນາມ ທີ່ຍາດໄດ້ລາງວັນອັນສູງສົ່ງດັ່ງກ່າວ.
ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3 ພາຍຫຼັງເອົາຊະນະຄູ່ແຂ່ງອັນດັບໜຶ່ງຂອງ ສ.ເກົາຫຼີ Kim Tae – jun. ນັກກິລາຂອງ ຫວຽດນາມ ຍາດໄດ້ຊະນະດ້ວຍຄະແນນ 50 – 46 ພາຍຫຼັງແຂ່ງຂັນ 23 ຄັ້ງ ແລະຍາດໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3 ນະຄອນ ໂຮ່ຈີມິນ 2024.
|
|
ນັກກິລາ ເຈິ່ນດຶກມິງ ຄວ້າໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3. ພາບ: ດຶກດົ່ງ |
ນີ້ແມ່ນຄັ້ງທຳອິດທີ່ ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ແລະ ລາວກໍເປັນຜູ້ທີ 2 ຂອງ ຫວຽດນາມ ທີ່ຍາດໄດ້ລາງວັນອັນສູງສົ່ງດັ່ງກ່າວ.
World Cup ສະໜຸກເກີ - ບີລຽດ carom 3 ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາການແຂ່ງຂັນໂດຍສະຫະພັນ ບີລຽດ ແລະ ສະນຸກເກີ ໂລກ (UMB) ຈັດຂຶ້ນເປັນປະຈຳໃນຫຼາຍປີຜ່ານມາ. ລາງວັນປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ 149 ຄົນ ທີ່ມາຈາກ 19 ປະເທດໃນໂລກ. ໃນນັ້ນ, ປະເທດເຈົ້າພາບ ຫວຽດນາມ ມີກວ່າ 20 ຄົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ