leftcenterrightdel
ບັນດາທີມເຂົ້າຮ່ວມການແຂ່ງຂັນມັງກອນ ຊິງຂັນ  Sun World Ha Long 2024. ພາບ: ອານຄາງ

ນີ້ແມ່ນການເຄື່ອນໄຫວແທດຈິງດ້ວຍຄວາມປາດຖະໜາຢາກນຳຄວາມງາມທີ່ເປັນມູນເຊື້ອຂອງມັງກອນຫວຽດນາມ ມາສູ່ຜືນແຜ່ນດິນຮ້າລອງ. ໃນຂອບເຂດງານບຸນ, 10 ທີມມັງກອນແຂງທີ່ສຸດຂອງຫວຽດນາມ ເຂົ້າຮ່ວມການແຂ່ງຂັນມັງກອນ ຊິງຂັນ  Sun World Ha Long 2024. ພິເສດ, ການແຂ່ງຂັນຍັງມີການເຂົ້າຮ່ວມຂອງທີມມັງກອນ ທີ່ມາຈາກນະຄອນ Dongxing, ເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ (ຈີນ). ມີນັກທ່ອງທ່ຽວນັບພັນຄົນເຂົ້າກິດຈະກຳງານບຸນ. ເຫດການດັ່ງກ່າວໄດ້ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປະກອບສ່ວນໂຄສະນາພາບພົດການທ່ອງທ່ຽວຮ້າລອງ ເຖິງເພື່ອນມິດພາຍໃນປະເທດ ແລະສາກົນ.

ໂດຍ: ເຈິ່ນຮວ່ຽນ