leftcenterrightdel
ນັກກິລາເຂົ້າຮ່ວມການແລ່ນມາລາທອນ ຢ່າງຫຼວງຫຼາຍ. ພາບ: ຮົ່ງສ໊າງ

ການແຂ່ງຂັນດັ່ງກ່າວ ໂດຍແມ່ນຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບໜັງສືພິມຈະລາຈອນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງຂຶ້ນເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024); 115 ປີແຫ່ງວັນສ້າງຕັ້ງແຂວງດ້ຽນບຽນ (28-6-1909 / 28-6-2024); ປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນຝູ 2024 ແລະປີຄວາມປອດໄພໃນການຈະລາຈອນ 2024.

ການແຂ່ງຂັນແມ່ນໂອກາດເພື່ອໂຄສະນາ, ສຶກສາອົບຮົມລຸ້ນໜຸ່ມຮັບຮູ້ກ່ຽວກັບມູນເຊີື້ອຮັກຊາດ, ຈິດໃຈເອກອ້າງທະນົງໃຈຕໍ່ຊົນຊາດ. ນອກຈາກນັ້ນ, ຄະນະຈັດຕັ້ງ ກໍ່ຢາກເຜີຍແຜ່ສານ “ຄວາມປອດໄພໃນການຈະລາຈອນ-ຄວາມສຸກຂອງທຸກຄອບຄົວ”, ຍົກສູງສະຕິໃນການປະຕິບັດກົດໝາຍວ່າດ້ວຍການຈະລາຈອນຂອງປະຊາຊົນ, ຈາກນັ້ນປະກອບສ່ວນຫຼຸດຜ່ອນການເກີດອຸບັດຕິເຫດ.

ໂດຍ: ເຈິ່ນຮວ່ຽນ