leftcenterrightdel
ວັນແລ່ນໂອລິມປິກ ເພື່ອສຸຂະພາບທົ່ວປວງຊົນ ປີ 2024 ຢູ່ນະຄອນໂຮ່ຈີມິນ ໄດ້ດຶງດູດຜູ້ເຂົ້າຮ່ວມນັບພັນຄົນ. ພາບ: ຮົ່ງຢາງ

ວັນແລ່ນໄດ້ດຶງດູດຜູ້ເຂົ້າຮ່ວມນັບພັນຄົນລວມມີພະນັກງານ, ນັກຮົບກຳລັງປະກອບອາວຸດຂອງນະຄອນ, ອົງການການທູດ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ສະມາຊິກສະມາຄົມ, ນັກຮຽນ, ນັກສຶກສາ, ຜູ້ອອກແຮງງານ, ນັກສິລະປິນ, ສະໂມສອນ, ໜ່ວຍງານ, ກຸ່ມກິລາ... ບັນດາຜູ້ເຂົ້າຮ່ວມໄດ້ແລ່ນໄປຕາມຖະໜົນຫຼັກຢູ່ໃຈກາງນະຄອນໂຮ່ຈີມິນ ຄື: ເລຢວານ, ເລແທັ໊ງຕົນ, ດົງເຄີຍ, ຫງວຽນເຫວະ. ນອກຈາກນັ້ນ, ນັກຮຽນໂຮງຮຽນປະຖົມມິງດ້າວ (ເມືອງ 5) ກໍ່ໄດ້ເຂົ້າຮ່ວມການສະແດງສິລະປະຕີມວຍ vovinam ຮຽກຮ້ອງ ໃຫ້ວົງຄະນະຍາດຊຸມຊົນຕັ້ງໜ້າຝຶກຝົນຫຼໍ່ຫຼອມຮ່າງກາຍ.

ໄປພ້ອມກັບການແລ່ນ, ທີ່ນະຄອນໂຮ່ຈີມິນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງການແຂ່ງຂັນກິລາຫຼາຍປະເພດສຳລັບທຸກເກນອາຍຸ ແລະເປົ້າໝາຍຜູ້ເຂົ້າຮ່ວມ.

ໂດຍ: ໄຊນີດາ