ການແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດອາຊຽນ ປີ 2023 ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ, ແມ່ນໜຶ່ງໃນບັນດາກິດຈະກຳເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນຊາດທີ່ສໍາຄັນ, ນຳມາເຊິ່ງຜົນປະໂຫຍດຫຼາຍດ້ານໃນການເຊື່ອມໂຍງເຂົ້າກັບສາກົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເມືອງ, ກິລາກາຍຍະກໍາ, ວັດທະນະທຳ.

ກ່າວຄຳເຫັນທີ່ພິທີຊັກທຸງ, ທ່ານພົນຈັດຕະວາ ບຸ່ຍຮົ່ງກວາງ, ຮອງຫົວໜ້າກົມອົບຮົມ ເນັ້ນໜັກວ່າ: ການແຂ່ງຂັນປະກອບສ່ວນມຸ່ງໄປເຖິງການພັດທະນາຢ່າງກົມກຽວ ແລະວັດທະນາຖາວອນຢູ່ພາກພື້ນ, ປະກອບສ່ວນກໍ່ສ້າງ ແລະຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ໃນບັນຍາກາດທີ່ເຄັ່ງຂຶມ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ, ທຸງຊາດຂອງແຕ່ລະປະເທດເຂົ້າຮ່ວມໄດ້ຊັກຂຶ້ນຍອດເສົາຢູ່ຕໍ່ໜ້າສູນກິລາກາຍຍະກໍາປ້ອງກັນຊາດ ເລກ 2. ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ນອກຈາກປະເທດເຈົ້າພາບຫວຽດນາມ ແລ້ວ, ຍັງມີ 6 ທີມທີ່ມາຈາກໄທ, ມາເລເຊຍ, ກຳປູເຈຍ, ອິນໂດເນເຊຍ, ລາວ ແລະຟີລິບປິນ. ການແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດອາຊຽນ 2023 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາ ແລະ ສິ້ນສຸດລົງໃນວັນທີ 8 ຕຸລາ.

leftcenterrightdel
ການແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດອາຊຽນ ປີ 2023 ມີ 7 ທີມເຂົ້າຮ່ວມ. ພາບ: qdnd.vn
leftcenterrightdel
ບັນດາຄະນະກິລາ ເຂົ້າຮ່ວມພິທີຊັກທຸງ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ບັນດາຜູ້ແທນ ຄໍ່ານັບທຸງຊາດທີ່ພິທີຊັກທຸງ. ພາບ: qdnd.vn
leftcenterrightdel
ທຸງຊາດຂອງແຕ່ລະປະເທດ ໄດ້ຊັກຂຶ້ນໃນບັນຍາກາດທີ່ເຄັ່ງຂຶມ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ພາຍຫຼັງພິທີຊັກທຸງ, ບັນດານັກກິລາກ້າວເຂົ້າສູ່ການຝຶກແອບ, ທຳຄວາມລື້ງເຄີຍກັບສະໜາມແຂ່ງຂັນ. ພາບ: qdnd.vn

ໂດຍ: ທູຈາງ