ຄະນະກິລາຫວຽດນາມ ຍາດໄດ້ຫຼຽນທອງ 2 ຫຼຽນ
ກປ.ອອນໄລ - ວັນທີ 24 ກັນຍາ, ຄະນະກິລາຫວຽດນາມ ໄດ້ແຂ່ງຂັນກິລາ 14 ປະເພດ. ໃນການແຂ່ງຂັນ rowing, ລາຍການຊ່ວງເຮືອຍິງ 4 ຄົນ, ນັກກິລາ ດິງທິຫ໋າວ, ຢືທິບົງ, ຮ່າທິວູຍ ແລະຟ້າມທິເຫວະ ຍາດໄດ້ຫຼຽນທອງດ້ວຍຜົນການແຂ່ງຂັນ 6 ນາທີ 52 ວິນາທີ 35 ລິບດາ.
ນີ້ແມ່ນຫຼຽນທຳອິດຂອງຄະນະກິລາຫວຽດນາມ ທີ່ ASIAD 19. ໃນການແຂ່ງຂັນກິລາ taekwondo ຊາຍ, ນັກມວຍ ເຈິ່ນໂຮຢຸຍ ຍາດໄດ້ຫຼຽນທອງ, ເສຍໃຫ້ Kor Kang Wanjin (ສ.ເກົາຫຼີ) ໃນຮອບຮອງຊະນະເລີດ.
    |
 |
ນັກມວຍ ເຈິ່ນໂຮ່ຢຸຍ ໄດ້ຮັບຫຼຽນທອງ. ພາບ: ກຸຍເລື້ອງ |
ໄລ່ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 24 ກັນຍາ, ຄະນະກິລາຈີນ ໄດ້ອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນດ້ວຍຫຼຽນຄຳ 20 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ. ອັນດັບ 2 ແມ່ນ ສ.ເກົາຫຼີ ດ້ວຍຫຼຽນຄຳ 5 ຫຼຽນ, ຫຼຽນເງິນ 4 ຫຼຽນ, ຫຼຽນທອງ 5 ຫຼຽນ; ຍີ່ປຸ່ນ ອັນດັບ 3 ດ້ວຍ ຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ. ຄະນະກິລາຫວຽດນາມ ຢູ່ອັນດັບທີ 14 ຊົ່ວຄາວ ດ້ວຍຫຼຽນທອງ 2 ຫຼຽນ.
ໂດຍ: ທະນາພອນ