ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ພ້ອມດ້ວຍແຂກຈຳນວນໜຶ່ງທີ່ຕາງໜ້າໃຫ້ກິລາປະເທດຕ່າງໆໃນທະວີບ.

leftcenterrightdel
ຜູ້ຕາງໜ້າຄະນະກິລາຫວຽດນາມ ເຂົ້າຮ່ວມການເດີນຂະບວນທີ່ພິທີໄຂ. ພາບ: ດຶ໊ກທ້ຽນ

ພິທີໄຂ ASIAD 19 ໄດ້ນຳໃຊ້ເຕັກໂນໂລຢີສູງ ເພື່ອເພີ່ມຄວາມຮູ້ສຶກ ແລະຈິດໃຈມະນຸດສະທຳ, ສະແດງໃຫ້ເຫັນຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງ ຈີນ. ຄະນະຈັດຕັ້ງໄດ້ນຳໃຊ້ເຕັກໂນໂລຢີສົມທົບກັບສິລະປະ, ພ້ອມທັງປະສານເຊື່ອມໂຍງວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຈີນ ຜ່ານແນວຄິດສິລະປະການແຕ້ມສີນ້ຳເມິກ, ການຂຽນຕົວໜັງສືຈີນ... ASIAD 19 ໄດ້ດຶງດູດນັກກິລາປະມານ 13.000 ຄົນທີ່ມາຈາກ 45 ປະເທດ ແລະເຂດແຄວ້ນເຂົ້າຮ່ວມແຂ່ງຂັນກິລາ 40 ປະເພດ. ຄະນະກິລາຫວຽດນາມ ໄດ້ສົ່ງນັກກິລາເຂົ້າຮ່ວມ 337  ຄົນແຂ່ງຂັນກິລາ 31 ປະເພດ, ຕັ້ງເປົ້າໝາຍຍາດຫຼຽນຄຳໃຫ້ໄດ້ແຕ່ 2-5 ຫຼຽນ.

ໂດຍ: ເຈິ່ນຮວ່ຽນ