ຕອນບ່າຍວັນທີ 17 ກັນຍາ, ງານແຂ່ງຂັນຕີດອກປີກໄກ່ຫວຽດນາມ ເປີດກວ້າງປີ 2023 (Vietnam Open 2023) ໄດ້ສິ້ນສຸດລົງດ້ວຍບັນດານັດແຂ່ງຂັນຮອບຊີງຊະນະເລີດທີ່ສະໜາມກິລາໃນຮົ່ມ ຫງວຽນຢູ, ນະຄອນໂຮ່ຈີມິນ. ນັກກິລາ ຫງວຽນຖຸຍລິງ ໄດ້ເອົາຊະນະຄູ່ແຂ່ງຊາວຍີ່ປຸ່ນ Kurihara ໃນຮອບຊິງຊະນະເລີດ, ປ້ອງກັນແຊັມ ເຊິ່ງ ລິງ ຄວ້າໄດ້ໃນງານແຂ່ງຂັນປີ 2022. ຫງວຽນຖຸຍລິງ ຢືນອັນດັບທີ 27 ໃນໂລກ ແລະເປັນໂຕເຕັງອັນດັບ 1 ໃນງານແຂ່ງຂັນ.
ງານແຂ່ງຂັນຕີດອກປີກໄກ່ຫວຽດນາມ ເປີດກວ້າງປີ 2023 ມີນັກກິລາ 300 ກວ່າຄົນ ທີ່ມາຈາກ 23 ປະເທດ ແລະເຂດແຄວ້ນເຂົ້າຮ່ວມ. ນີ້ແມ່ນງານແຂ່ງຂັນລະດັບ BWF Tour Super 100 Tournament, ດ້ວຍເງິນລາງວັນທັງໝົດ 100,000 ໂດລາສະຫະລັດ.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image