ຕອນຄ່ຳວັນທີ 11 ກັນຍາ, ຢູ່ສະໜາມກິລາທຽນເຈື່ອງ, ແຂວງນາມດິ້ງ, ໄດ້ຈັດການແຂ່ງຂັນບານເຕະມິດຕະພາບລະຫວ່າງທີມບານເຕະຫວຽດນາມ ແລະປາແລັດສະຕິ. ທີມບານເຕະຫວຽດນາມ ເອົາຊະນະ ປາແລັດສະຕິນ 2 ປະຕູຕໍ່ 0. ນີ້ແມ່ນໄຊຊະນະຄັ້ງທີ 3 ຂອງທີມບານເຕະຫວຽດນາມ (ກ່ອນໜ້ານີ້, ໃນເດືອນມິຖຸນາ, ຫວຽດນາມ ເອົາຊະນະ ທີມບານເຕະ ຮົ່ງກົງ (ຈີນ) ແລະທີມບານເຕະ ຊີຣີ ດ້ວຍຄະແນນເທົ່າກັນຄື 1 ປະຕູຕໍ່ 0). ນີ້ແມ່ນພື້ນຖານທີ່ດີເພື່ອໃຫ້ທີມບານເຕະຫວຽດນາມ ມຸ່ງໄປເຖິງການແຂ່ງຂັນທີ່ສຳຄັນທີ່ຈະມາເຖິງແມ່ນການແຂ່ງຂັນຮອບຄັດເລືອກ World Cup 2026.
ແຫຼ່ງຄັດຈາກ: vovworld.vn
Type the code from the image