ທີມກິລາບານສົ່ງຍິງຫວຽດນາມ ໄດ້ເອົາຊະນະຕໍ່ທີມອົດສະຕາລີ ດ້ວຍຄະແນນ 3-0 ໃນນັດແຂ່ງຂັນບານສົ່ງຍິງ ສາຍ E ຮອບທີ 2 ຂອງການແຂ່ງຂັນຊີງແຊ້ມ ອາຊີ ໃນຕອນຄ່ຳວັນທີ 3 ກັນຍາ, ຢູ່ ໄທ. ດ້ວຍຜົນງານດັ່ງກ່າວ, ເປັນຄັ້ງທຳອິດທີມກິລາບານສົ່ງຍິງ ຫວຽດນາມ ເຂົ້າແຂ່ງຂັນໃນຮອບຮອງຊະນະເລີດ ບານສົ່ງຍິງ ອາຊີ ເຖິງວ່າຍັງເຫຼືອອີກ 1 ນັດແຂ່ງຂັນໃນສາຍ E - ພົບກັບ ໄທ ເວລາ 18:00 ໂມງ ວັນທີ 4 ກັນຍາ.
ງານແຂ່ງຂັນບານສົ່ງຍິງຊີງແຊ້ມ ອາຊີ 2023 ໄດ້ຈັດຂຶ້ນແຕ່ວັນທີ 30 ສິງຫາ ຫາວັນທີ 6 ກັນຍາ ທີ່ນະຄອນ ຣາດຈະສີມາ (ໄທ) ດ້ວຍການເຂົ້າຮ່ວມຂອງ 14 ທິມ ແບ່ງອອກເປັນ 4 ສາຍ. 3 ທີມທີ່ມີຜົນງານສູງສຸດຈະສາມາດເຂົ້າຮ່ວມງານແຂ່ງຂັນບານສົ່ງຍິງຊີງແຊ້ມໂລກ 2025 (FIVB Championship 2025).
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image