leftcenterrightdel
ການເຕະບານທີ່ຂ້ຽວຂາດລະຫວ່າງທີມ U.23 ຫວຽດນາມ ແລະ U.23 ອິນໂດເນເຊຍ. ພາບ: ຫາຍຮວ່າງ

U.23 ຫວຽດນາມ ໄດ້ຍິງລູກຈຸດໂທດໃນນາທີ 34, ແຕ່ນັກເຕະ ກ໊ວກຫວຽດ ບໍ່ສາມາດເອົາຊະນະນັກຮັບປະຕູ Ernando Ari ຂອງ U.23 ອິນໂດເນເຊຍ ໄດ້. ໃນນາທີທີ່ຍັງເຫຼືອ, ທັງສອງທີມລ້ວນແຕ່ສ້າງໂອກາດອັນຕະລາຍແຕ່ບໍ່ສາມາດຍິງເຂົ້າປະຕູຂອງກັນໄດ້. ຜົນໄດ້ຮັບພາຍຫຼັງການແຂ່ງຂັນ 120 ນາທີແມ່ນສະເໝີກັນ 0-0 ສະນັ້ນ 2 ທີມຕ້ອງຜັດປ່ຽນກັນຍິງລູກໂທດເພື່ອຫາທີມຊະນະ. ຢູ່ຈຸດໂທດ 11 ແມັດ, U.23 ຫວຽດນາມ ຊະນະ U.23 ອິນໂດເນເຊຍ ດ້ວຍ 6-5 ປະຕູ, ປ້ອງກັນໄດ້ແຊ້ມອາຊີຕາເວັນອອກສ່ຽງໃຕ້. ກ່ອນໜ້ານີ້ U.23 ໄທ ຊະນະ U.23 ມາເລເຊຍ 4-3 ປະຕູ ໃນການຍິງລູກໂທດເພື່ອຍາດໄດ້ອັນດັບ 3.

*ຕອນບ່າຍຂອງວັນດຽວກັນ,  ກວາງນາມ FC ຊະນະ ບາເຣ້ຍ-ຫວຸງເຕົ່າ FC ດ້ວຍ 4-0 ປະຕູໃນຮອບສຸດທ້າຍ, ກາຍເປັນທີມຊະນະເລີດໃນການແຂ່ງຂັນບານເຕະລະດັບຊາດ 2023 ແລະໄດ້ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ V-League ລະດູຈະມາເຖິງ.

ໂດຍ: ໄຊນີດາ