ການແຂ່ງຂັນຊີງແຊ້ມໝາກຣຸກລ້ອມແຫ່ງຊາດ ປີ 2023 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງນັກກິລາ 60 ຄົນທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ. ການແຂ່ງຂັນ ໂດຍແມ່ນພະແນກວັດທະນະທຳ ແລະກິລານະຄອນຮ່າໂນ້ຍ ສົມທົບກັບກົມກິລາກາຍະກຳ ແລະສະຫະພັນໝາກຮຸກຫວຽດນາມ ຈັດຕັ້ງ ເພື່ອສະເຫຼີມສະຫຼອງ 78 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ. ການແຂ່ງຂັນໄດ້ສ້າງສະໜາມພົບປະແລກປ່ຽນ ເພື່ອປະກອບສ່ວນຍູ້ແຮງການເຄື່ອນໄຫວຝຶກຊ້ອມກິລາທາງສະຕິປັນຍານີ້ໃນທົ່ວປະເທດ. ຜ່ານການແຂ່ງຂັນ, ກົມກິລາກາຍະກຳ ແລະຫົວໜ່ວຍທີ່ກ່ຽວຂ້ອງ ຢາກຄັດເລືອກເອົານັກກິລາທີ່ມີຄວາມສາມາດ ເພື່ອສ້າງນັກກິລາໝາກຣຸກລ້ອມ, ກະກຽມໃຫ້ແກ່ການແຂ່ງຂັນສາກົນ. ການແຂ່ງຂັນດຳເນີນໄປຈົນຮອດວັນທີ 19 ສິງຫາ.
ໂດຍ: ທະນາພອນ
Type the code from the image