leftcenterrightdel
ນັກມວຍຍິງຫວຽດນາມ ຮວິ່ງຮ່າຮືວຮ໊ຽວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຕາຕະລາງຈັດອັນດັບມວຍ WBC ໂລກເຊິ່ງຫາກໍ່ປະກາດຫວ່າງມໍ່ໆມານີ້, ນັກມວຍຍິງຫວຽດນາມ ຮວິ່ງຮ່າຮືວຮ໊ຽວ ໄດ້ຢືນອັນດັບທີ 1 ໃນການແຂ່ງຂັນປະເພດໜັກຕ່ຳສຸດ (45,39 ກີໂລກຣາມ).

ໃນ Top 12 ຂອງໂລກຂອງປະເພດນໍ້າໜັກດັ່ງກ່າວ, ນັກມວຍຍິງຫວຽດນາມ ໄດ້ຮັບ “ໄຊຊະນະ” ນັບທັງແຊັມມວຍຍິງເອີລົບ, ນາງ Elisabetta Solinas ຂອງ ອີຕາລີ ແລະບັນດານັກມວຍຍິງຂອງໄທ, ເຊິ່ງແມ່ນປະເທດໄດ້ຮັບຖືວ່າ ແມ່ນບ້ານເກີດເມືອງນອນຂອງປະເພດກິລາມວຍໄທ. ໄຊຊະນະນີ້ບໍ່ພຽງແຕ່ຊ່ວຍໃຫ້ນາງຮືວຮ໊ຽວ ຍາດໄດ້ແຊັມປະເພດກິລາມວຍໄທ ອາຊີບຄັ້ງທຳອິດເທົ່ານັ້ນ, ຫາກຍັງໄດ້ເລື່ອນການຈັດອັນດັບຈາກອັນດັບທີ 5 ຂຶ້ນເປັນອັນດັບທີ 1 ໃນຕາຕະລາງມວຍໄທ WBC ໂລກອີກດ້ວຍ. ດ້ວຍຜົນງານດັ່ງກ່າວ, ນາງ ຮືວຮ໊ຽວ ໄດ້ກາຍເປັນນັກມວຍຫວຽດນາມ ທີ່ມີການຈັດອັນດັບສູງສຸດໃນປະຫວັດສາດຂອງ WBC ມວຍ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ