leftcenterrightdel
ຄະນະຈັດຕັ້ງມອບດອກໄມ້ ແລະທຸງທີ່ລະນຶກໃຫ້ບັນດາຫົວໜ່ວຍທີ່ເຂົ້າຮ່ວມການແຂ່ງຂັນ. ພາບ: baobariavungtau.com.vn

ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ນະຄອນ ຫວຸງເຕົ່າ, ກົມກິລາ-ກາຍະກໍາ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ໄດ້ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງບ່າເຣ້ຍ-ຫວຸງເຕົ່າ ຈັດພິທີໄຂການແຂ່ງຂັນຊິງແຊ້ມ kurash ແຫ່ງຊາດ ຄັ້ງທີ V - ປີ 2023. ການແຂ່ງຂັນຄັ້ງນີ້ ມີນັກມວຍເກືອບ 300 ຄົນ ທີ່ມາຈາກ 20 ຄະນະຈາກແຂວງ, ນະຄອນທີ່ມີການຂະບວນການ kurash  ທີ່ແຂງແຮງໃນທົ່ວປະເທດ. ໃນໄລຍະ 3 ວັນທີ່ດໍາເນີນການແຂ່ງຂັນ, ນັກກິລາໄດ້ແຂ່ງຂັນໃນລຸ້ນນ້ຳໜັກ 19 ປະເພດ, ຍາດຊິງ 19 ຫຼຽນລາງວັນ. ຕາມຄະນະຈັດຕັ້ງແລ້ວ, ການແຂ່ງຂັນ ຊິງແຊ້ມ kurash ແຫ່ງຊາດ ໃນປີ 2023 ໄດ້ຮັບຖືວ່າມີຄຸນນະພາບດ້ານວິຊາຊີບສູງ ດ້ວຍການເຂົ້າຮ່ວມຂອງນັກກິລາທີ່ມີຜົນງານສູງເປັນຈໍານວນຫຼວງຫຼາຍ.

ໂດຍ: ທະນາພອນ