ອາຊຽນ ປາຣາເກມ 12: ຄະນະຫວຽດນາມ ເປີດສາກການແຂ່ງຂັນດ້ວຍ 15 ຫຼຽນຄໍາ
ກປ.ອອນໄລ - ວັນທີ 4 ມິຖຸນາ, ຄະນະນັກກິລາຄົນພິການຫວຽດນາມ ເປີດສາກການແຂ່ງຂັນໃນງານມະຫາກໍາກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ອາຊຽນ ປາຣາເກມ 12) ປີ 2023 ດ້ວຍຫຼຽນຄໍາທໍາອິດຂອງນັກກິລາລອຍນໍ້າ ຫວໍຮວິ່ງແອັງຄວາ, ໃນລາຍການລອຍນໍ້າເສລີ 400 ແມັດຊາຍ ດ້ວຍເວລາ 5 ນາທີ 20 ວິນາທີ 94 ລິບດາ.
    |
 |
ນັກກິລາຍົກນໍ້າໜັກ ເລວັນກົງ ຍາດໄດ້ 2 ຫຼຽນຄໍາ. ພາບ: ນາມຈຸງ. |
ກໍໃນການແຂ່ງຂັນລອຍນໍ້າ, ນັກກິລາລອຍນໍ້າ ວີທິຮັ່ງ ກໍສ້າງຄວາມປະທັບໃຈ ເມື່ອຄວ້າຫຼຽນຄໍາ ແລະທໍາລາຍສະຖິຕິໃນງານມະຫາກໍາກິລາໃນລາຍການລອຍນໍ້າເສລີ 400 ແມັດຍິງ, ດ້ວຍເວລາ 6 ນາທີ 57 ວິນາທີ 95 ລິບດາ (ສະຖິຕິເກົ່າແມ່ນ 9 ນາທີ 34 ວິນາທີ 94 ລິບດາ).
ສໍາລັບລາຍການຍົກນໍ້າໜັກ, ນັກກິລາຍົກນໍ້າໜັກ ເລວັນກົງ ຍາດໄດ້ 2 ຫຼຽນຄໍາ ລຸ້ນນ້ຳໜັກບໍ່ເກີນ 49 ກິໂລກຣາມ ຊາຍ ດ້ວຍລະດັບນໍ້າໜັກສູງສຸດແມ່ນ 168 ກິໂລກຣາມ ແລະລວມນ້ຳໜັກຍົກໄດ້ທັງໝົດ ແມ່ນ 496 ກິໂລກຣາມ (ກ່ອນໜ້ານັ້ນແມ່ນຍົກໄດ້ 162 ກິໂລກຣາມ ແລະ166 ກິໂລກຣາມ). ຄືແນວນັ້ນ, ນັກກິລາຍົກນໍ້າໜັກ ເລວັນກົງ ຍາດໄດ້ຫຼຽນຄໍາ ຢູ່ງານມະຫາກໍາກິລາ 6 ຄັ້ງຢ່າງຕໍ່ເນື່ອງ. ສໍາລັບລຸ້ນນໍ້າໜັກບໍ່ເກີນ 50 ກິໂລກຣາມ ຍິງ, ນັກກິລາຍົກນໍ້າໜັກ ດັ້ງທິລິງເຟື້ອງ ຍາດໄດ້ 2 ຫຼຽນຄໍາ, ທໍາລາຍສະຖິຕິໃນງານມະຫາກໍາກິລາ ດ້ວຍຜົນງານການຍົກນໍ້າໜັກທັງໝົດແມ່ນ 279 ກິໂລກຣາມ. ສໍາລັບລຸ້ນບໍ່ເກີນ 54 ກິໂລກຣາມ ຊາຍ, ນັກກິລາຍົກນໍ້າໜັກ ຫງວຽນບິ່ງອານ ຍາດໄດ້ 2 ຫຼຽນຄໍາ...
ໄລ່ຮອດເວລາ 21 ໂມງຂອງວັນທີ 4 ມິຖຸນາ, ຄະນະຫວຽດນາມ ຍາດໄດ້ 15 ຫຼຽນຄໍາ, 11 ຫຼຽນເງິນ ແລະ 14 ຫຼຽນທອງ, ຢືນອັນດັບທີສອງ ໃນຕາຕະລາງສະຫຼຸບຫຼຽນ.
ໂດຍ: ໄຊຊະນະ