leftcenterrightdel
ພິທີໄຂງານມະຫາກຳກິລາ ອາຊຽນ ປາຣາເກມ 12. ພາບ: ສໍານັກຂ່າວສານຫວຽດນາມ

ຈຸດພົ້ນເດັ່ນຂອງພິທີໄຂແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ຫົວໃຈກຳປູເຈຍ” ໄດ້ດຳເນີນໃນເວລາ 35 ນາທີ ດ້ວຍລາຍການຟ້ອນລໍາດົນຕີ, ໂດຍບັນດານັກສິລະປິນ, ນັກສະແດງ, ຄົນພິການສະແດງ. ທ້າຍພິທີໄຂແມ່ນພິທີແຫ່ທວນໄຟ ແລະໄຕ້ທວນໄຟທີ່ງານມະຫະກຳກິລາ. ອາຊຽນປາຣາເກມ 12 ດຳເນີນແຕ່ວັນທີ 3-9 ມິຖຸນາ, ດ້ວຍການເຂົ້າຮ່ວມຂອງນັກກິລາເກືອບ 1.500 ຄົນທີ່ມາຈາກຈາກ 11 ປະເທດ, ເຂົ້າຮ່ວມແຂ່ງຂັນກວ່າ 400 ລາຍການ. ຄະນະນັກກິລາຄົນພິການຫວຽດນາມ ລວມມີນັກກິລາ 127 ຄົນ, ເຂົ້າຮ່ວມການແຂ່ງຂັນໃນ 8/14 ປະເພດກິລາ, ໃນນັ້ນມີ: ແລ່ນ ແລະລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ເຕັນນິດ, ໝາກຮຸກ, ຢູໂດ ແລະໂບກເກີ. ເປົ້າໝາຍຂອງຄະນະແມ່ນຍາດໄດ້ຫຼຽນຄຳຈາກ 50 ຫາ 55 ຫຼຽນ, ເພື່ອລອດເຂົ້າທອັບ 4 ທົ່ວຄະນະ.

ໂດຍ: ທະນາພອນ