leftcenterrightdel
 ຜູ້ຕາງໜ້າຄະນະກິລາຄົນພິການຫວຽດນາມ ເຂົ້າຮ່ວມພິທີຊັກທຸງ. ພາບ: qdnd.vn

ພິທີຊັກທຸງເປັນຂີດໝາຍການມີໜ້າຢ່າງເປັນທາງການຂອງຄະນະກິລາທີ່ຕາງໜ້າໃຫ້ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມງານມະຫາກຳກິລາ ASEAN Para Games 12.  ແຕ່ລະປະເທດມີນັກກິລາ, ພະນັກງານ 30 ຄົນ ເຂົ້າຮ່ວມພິທີຊັກທຸງ. ຄະນະກິລາຄົນພິການຫວຽດນາມ ໂດຍທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມໃຫຍ່ກິລາກາຍະກຳ ເປັນຫົວໜ້າຄະນະ.  ASEAN Para Games 12 ຈະດຳເນີນແຕ່ວັນທີ 3 ຫາວັນທີ 9 ມິຖຸນາ, ໄດ້ດຶງດູດເອົານັກກິລາເຂົ້າຮ່ວມທັງໝົດເກືອບ 1.500 ຄົນ, ແຂ່ງຂັນ 400 ກວ່າລາຍການ. ຄະນະກິລາຄົນພິການຫວຽດນາມ ລວມມີ 164 ຄົນ, ໃນນັ້ນມີນັກກິລາ 127 ຄົນ ເຂົ້າຮ່ວມແຂ່ງຂັນ 8/14 ປະເພດກິລາ, ວາງເປົ້າໝາຍຍາດຫຼຽນຄຳໃຫ້ໄດ້ແຕ່ 50 - 55 ຫຼຽນ.

ໂດຍ: ທູຈາງ