leftcenterrightdel
ສະມາຊິກທັບກິລາຄົນພິການຫວຽດນາມ ອອກເດີນທາງໄປເຂົ້າຮ່່ວມອາຊຽນ Para Games 12. ພາບ: nhandan.vn

ທັບກິລາ ລວມມີ 164 ຄົນ, ໃນນັ້ນມີນັກກິລາ 127 ຄົນ ເຂົ້າຮ່ວມການແຂ່ງຂັນກິລາໃນ 8/14 ປະເພດ ໃນນັ້ນມີ: ແລ່ນແລະລານ, ລອຍນ້ຳ, ຍົກນ້ຳໜັກ, ດອກປີກໄກ່, ປິງປອງ, ໝາກຮຸກ, ຢູໂດ ແລະ boccia. ເປົ້າໝາຍຂອງຄະນະກິລາ ແມ່ນໃຫ້ຍາດໄດ້ 50-55 ຫຼຽນຄຳ, ເພື່ອໃຫ້ໄດ້ຢູ່ໃນອັນດັບບໍ່ເກີນທີ 4 ໃນງານແຂ່ງຂັນ. ອາຊຽນ Para Games 12 ດຳເນີນໃນລະຫວ່າງວັນທີ 3-9 ມິຖຸນາ, ເຊິ່ງມີນັກກິລາເຂົ້າຮ່ວມທັງໝົດເກືອບ 1.500 ຄົນ ທີ່ມາຈາກ 11 ປະເທດ ແຂ່ງຂັນ 400 ກວ່າລາຍການ.

ໂດຍ: ຈາງຫງວຽນ