ປະທານປະເທດ ຍ້ອງຍໍສັນລະເສີນບຸກຄົນດີເດັ່ນຢູ່ ຊີເກມ 32
ກປ.ອອນໄລ - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ທໍານຽບປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ມີການພົບປະສັງສັນ ແລະຍ້ອງຍໍສັນລະເສີນນັກກິລາ, ຄູຝຶກດີເດັ່ນ 100 ຄົນຂອງຄະນະກິລາຫວຽດນາມ ຢູ່ ຊີເກມ 32 ຜ່ານມາ. ເຂົ້າຮ່ວມການພົບປະສັງສັນມີທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ; ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິິລາ ແລະທ່ອງທ່ຽວ.
ທີ່ການພົບປະດັ່ງກ່າວ, ຕາງໜ້າການນຳພັກ, ລັດ, ທ່ານ ຫວໍວັນເຖືອງ ແລະບັນດາສະຫາຍການນຳ ໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ນັກກິລາ ຫງວຽນທິແອວງ ຂອງທີມແລ່ນ ແລະລານຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ນັກກິລາ 37 ຄົນຂອງຄະນະທີ່ບັນລຸໄດ້ຜົນງານດີເດັ່ນເປັນພິເສດໃນການແຂ່ງຂັນ.
    |
 |
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພ້ອມກັບຜູ້ແທນ, ນັກກິລາ, ຄູຝຶກດີເດັ່ນຂອງຄະນະກິລາຫວຽດນາມ ຢູ່ ຊີເກມ 32. ພາບ: ສຳນັກຂ່າວສານຫວຽດນາມ |
ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບບັນດາຄູຝຶກ, ນັກກິລາດີເດັ່ນຂອງຄະນະກິລາຫວຽດນາມ ຢູ່ ຊີເກມ 32, ຕາງໜ້າການນຳພັກ, ລັດ, ທ່ານ ຫວໍວັນເຖືອງ ໄດ້ຍ້ອງຍໍຊົມເຊີິຍບັນດານັກກິລາ ທີ່ມີຜົນງານແຂ່ງຂັນດີເດັ່ນ ແລະທົ່ວຄະນະກິລາຫວຽດນາມ. ທ່ານປະທານປະເທດ ຖືວ່າ ຜ່ານຊີເກມ ຄັ້ງນີ້, ຄະນະໄດ້ສະແດງໃຫ້ເຫັນຈິດໃຈແຂ່ງຂັນອັນສູງສົ່ງ, ສາມັກຄີ, ໃສແຈ້ງຂອງຫວຽດນາມ ແລະສາມາດຍາດໄດ້ຜົນງານຢ່າງມະຫັດສະຈັນ; ສ້າງຄວາມປະທັບໃຈອັນດີງາມໄວ້ໃນດວງໃຈຂອງເພື່ອນມິດສາກົນ.
ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ພາລະກິດແຫ່ງການກິລາຂອງປະເທດ, ໃນນັ້ນມີກິລາບາງປະເພດສາມາດຍາດໄດ້ຜົນງານສູງ; ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ບັນດານັກກິລາ ມີເງື່ອນໄຂຝຶກແອບ, ແຂ່ງຂັນ, ຍົກລະດັບຜົນງານຂອງຕົນຢ່າງບໍ່ຢຸດຢັ້ງ. ເພື່ອມຸ່ງໄປເຖິງເປົ້າໝາຍສູງກວ່າ ແລະໄກກວ່າໃນອະນາຄົດນັ້ນ, ທ່ານ ຫວໍວັນເຖືອງ ໄດ້ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ໂດຍສະເພາະແມ່ນກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ປະຕິບັດຍຸດທະສາດໄລຍະຍາວໃນການພັດທະນາວົງການກິລາຫວຽດນາມ ດ້ວຍວິໄສທັດທີ່ຍາວໄກກ່ວາ. ເອົາໃຈໃສ່, ບຳລຸງກໍ່ສ້າງບັນດາປະເພດກິລາທີ່ຫວຽດນາມ ມີທ່າແຮງ ແລະພິເສດແມ່ນເອົາໃຈໃສ່ວຽກງານບຳລຸງ - ກໍ່ສ້າງ, ພັດທະນາຄູຝຶກ, ນັກກິລາ ລຸ້ນສືບທອດເພື່ອຮັກສາ ແລະພັດທະນາຜົນງານໃຫ້ຢູ່ໃນລະດັບສູງສຸດ.
ໂດຍ: ແສງເດືອນ