ໃນວັນແຂ່ງຂັນທາງການທີ 10 (15 ພຶດສະພາ) ຂອງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 32), ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳຕື່ມອີກ 17 ຫຼຽນ, ສືບຕໍ່ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບດ້ວຍ 322 ຫຼຽນ, ໃນນັ້ນມີຫຼຽນຄຳ 124 ຫຼຽນ, ຫຼາຍກວ່າ 30 ຫຼຽນເມື່ອທຽບໃສ່ຄະນະນັກກິລາ ໄທ ຢຶນອັນດັບທີ 2.

leftcenterrightdel
ທີມບານເຕະຍິງ ຫວຽດນາມ. ພາບ: vovworld.vn

ຈຸດພົ້ນເດັ່ນຂອງການແຂ່ງຂັນໃນວັນທີ 15 ພຶດສະພາ ແມ່ນໄຊຊະນະ 2 – 0 ປະຕູຂອງທີມບານເຕະຍິງ ຫວຽດນາມ ກັບທີມບານເຕະຍິງ ມຽນມາ ໃນນັດຊີງຊະນະເລີດບານເຕະຍິງຊີເກມ. ດ້ວຍໄຊຊະນະນີ້, ທີມບານເຕະຍິງ ຫວຽດນາມ ປ້ອງກັນໄດ້ແຊ້ມຊີເກມ ສຳເລັດ ແລະບັນລຸສະຖິຕິແມ່ນທີມບານເຕະ ຊະນະເລີດຂີເກມຫຼາຍທີ່ສຸດ (8 ຄັ້ງ) ໃນນັ້ນມີ 4 ຄັ້ງລຽນຕິດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ