ຫວຽດນາມ ຄວ້າໄດ້ຫຼຽນຄຳ ບານເຕະຍິງ ທີ່ຊີເກມ 32
ກປ.ອອນໄລ - ຕອນຄ່ຳວັນທີ 15 ພຶດສະພາ, ທີມບານເຕະຍິງຫວຽດນາມ ເອົາຊະນະທີມບານເຕະຍິງມຽນມາ ດ້ວຍ 2-0 ປະຕູ ເພື່ອປ້ອງກັນແຊ້ມ, ນຳເອົາຫຼຽນຄຳບານເຕະຍິງ ທີ 4 ຢ່າງລຽນຕິດ ໃນງານມະຫາກຳກິລາຊີເກມ. ໄຊຊະນະແມ່ນໄດ້ມາຈາກ ຮວິ່ງຍື ແລະແທັງຍ້າ.
ພາຍຫຼັງຈົບການແຂ່ງຂັນເຄິ່ງເວລາທຳອິດ ດ້ວຍ 1-0 ປະຕູເປັນຂອງທີມບານເຕະຍິງຫວຽດນາມ, ສອງທີມສືບຕໍ່ແຂ່ງຂັນກັນຢ່າງດຸເດືອດໃນເຄິ່ງເວລາທີ 2. ໃນນາທີທີ 75, ແທັງຍ້າ ແລ່ນກາຍກອງຫຼັງຂອງມຽນມາ, ຈາກມຸມແຄບ ແລະບໍ່ສະດວກ, ກອງໜ້າທີ່ຫາກໍ່ປ່ຽນຕົວເຂົ້າມາຕັດສິນໃຈຍິງ, ຜູ້ຮັກສາປະຕູ Nyein ຂອງມຽນມາ ບໍ່ສາມາດຮັບໄດ້, ນຳປະຕູຫ່າງຂຶ້ນເປັນ 2-0.
    |
 |
ຫົວໜ້າທີມ ຮວິ່ງຍື ຍິງເຂົ້າປະຕູທີມບານເຕະຍິງມຽນມາ ໃນນາທີທີ 12. ພາບ: vov.vn |
ບັນດານັກເຕະທີມມຽນມາ ມີຄວາມມານະພະຍາຍາມຫາທາງເອົາບານໄປໜ້າປະຕູຫວຽດນາມ ແຕ່ການສົ່ງບານບໍ່ມີຄວາມຊັດເຈນເພື່ອເອົາບານຜ່ານກອງຫຼັງຂອງຫວຽດນາມ. ລູກບານບໍ່ສາມາດຜ່ານມືຜູ້ຮັກສາປະຕູກີມແທັ່ງ. ຈົບເວລາການແຂ່ງຂັນຮອບຊີງຊະນະເລີດບານເຕະຍິງ ຊີເກມ 32 ລະຫວ່າງຫວຽດນາມ ແລະມຽນມາ ຢ່າງເປັນທາງການ ດ້ວຍ 2-0 ປະຕູ, ທີມບານເຕະຍິງຫວຽດນາມ ໄດ້ແຊ້ມ, ສ່ວນທີມບານເຕະຍິງມຽນມາ ໄດ້ຮອງແຊ້ມ.
ຄູຝຶກ ມາຍດຶກຈູງ ແລະບັນດານັກກິລາບານເຕະຍິງຫວຽດນາມ ສາມາດປ້ອງກັນແຊ້ມໄດ້ສຳເລັດ, ບັນລຸສະຖິຕິ 4 ຄັ້ງລຽນຕິດຄວ້າໄດ້ຫຼຽນຄຳ ບານເຕະຍິງ ຊີເກມ.
ໂດຍ: ເຈິ່ນຮວ່ຽນ