ໃນນັ້ນ, ປະເພດຕີມວຍ bokator ຄວ້າໄດ້ຫຼຽນຄຳ 6 ຫຼຽນ, ປະເພດກິລາແລ່ນ ແລະລານ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາລອຍນ້ຳ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາຢິມນາດສະຕິກຄວ້າໄດ້ຫຼຽນຄຳ 1 ຫຼຽນ. ສ່ວນຫຼຽນຄຳ 4 ຫຼຽນແມ່ນຂອງປະເພດກິລາຕີມວຍ vovinam ແລະ karate.

ດ້ວຍເລື່ອງຄວ້າໄດ້ຫຼຽນຄຳ 30 ຫຼຽນ, ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ກຳປູເຈຍ.

ໃນຂະນະນັ້ນ, ໃນສາຍ B ປະເພດກິລາບານເຕະຊາຍ, ຕອນຄ່ຳວັນທີ 8 ພຶດສະພາ, ທີມບານເຕະ U22 ຫວຽດນາມ ຍາດໄດ້ຊະນະ 2-1 ປະຕູ ຕໍ່ທີມບານເຕະ U22 ມາເລເຊຍ. ໃນການແຂ່ງຂັນນັດທ້າຍສາຍ B ຈະດຳເນີນໃນວັນທີ 11 ພຶດສະພາ, ໝາກຜົນການແຂ່ງຂັນລະຫວ່າງທີມບານເຕະຊາຍ U22 ຫວຽດນາມ ແລະ U22 ໄທ ພຽງແຕ່ແຂ່ງຂັນເພື່ອຈັດແບ່ງທີມບານເຕະທີ່ຢືນທີ 1, ທີ 2 ຂອງສາຍເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn