ຄິດວ່າ U.22 ຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ຄວາມຮ້ອນໃຈຂອງ U.22 ມາເລເຊຍ ໄດ້ພາໃຫ້ເຂົາເຈົ້າເສຍໄຊ. 2 ປະຕູຕໍ່ເນື່ອງກັນຂອງ ວັນຕຸ່ງ ໃນນາທີທີ 6 ແລະ ທີ 32 ຊ່ວຍໃຫ້ U.22 ຫວຽດນາມ ຂຶ້ນນໍາ 2-0 ປະຕູ. ຝົນຕົກໄດ້ຊ່ວຍ U.22 ມາເລເຊຍ ຍິງໄດ້ 1 ປະຕູໃນນາທີ 43 ຍ້ອນຜູ້ເຝົ້າປະຕູ ວັນຈວນ ຈັບບານບໍ່ໄດ້.

ການຫຼິ້ນໂດຍບໍ່ຢ້ານເປັນຜິດຂອງ U.22 ມາເລເຊຍ, ຊ່ວຍໃຫ້ເຂົາເຈົ້າຢືດເອົາທ່າບຸກຕີໃນຫຼາຍຄັ້ງ. ແຕ່ຍ້ອນຮ້ອນໃຈຫຼາຍ U.22 ມາເລເຊຍ ຈຶ່ງເສຍໄຊເມື່ອນັກເຕະ Muhamad Safwan ແລະ Akmal Kamal ຖືກຕັດສິດແຂ່ງຂັນ. ຍ້ອນຂາດນັກເຕະ 2 ຄົນ,  U.22 ມາເລເຊຍ ບໍ່ສາມາດຍິງປະຕູໄດ້ຕື່ມອີກ, ຍອມຮັບເສຍ 1-2 ປະຕູ ແລະຢຸດການແຂ່ງຂັນຢູ່ຊີເກມ ຄັ້ງທີ 32.

leftcenterrightdel
ກອງໜ້າ ວັນຕຸ່ງ (ເບີ 9) ຂອງ U.22 ຫວຽດນາມ. ພາບ: ເລິມວັນ

ທີມ U.22 ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກໃນການແຂ່ງຂັນກັບ U.22 ມາເລເຊຍ. ຄູຝຶກ Troussier ຢາກຮັກສາຮູບຖານນັກເຕະຄືໃນການແຂ່ງຂັນກັບ U.22 ສິງກະໂປ ພຽງແຕ່ປ່ຽນແທນນັກເຕະໜຶ່ງຄົນເທົ່ານັ້ນ. ແຕ່ຍ້ອນສະໜາມມື່ນ, ບານປຽກ, U.22 ຫວຽດນາມ ຮັກສາບານໄດ້ຍາກ, ໃນຂະນະນັ້ນ U.22 ມາເລເຊຍ ພັດເປັນຄວາມສ່ຽງດ້ວຍການບຸກຕີທາງຂ້າງ. ຖ້າ U.22 ມາເລເຊຍ ບໍ່ຂາດນັກເຕະ 2 ຄົນ, U.22 ຫວຽດນາມ ຈະປະເຊີນໜ້າກັບສິ່ງທ້າທາຍຫຼາຍໃນນາທີສຸດທ້າຍຂອງການແຂ່ງຂັນ.

ເຖິງຢ່າງໃດກໍ່ຕາມ U.22 ຫວຽດນາມ ໄດ້ມີການແຂ່ງຂັນທີ່ໜ້າຊົມເຊີຍເມື່ອຍາດແຍ່ງກາລະໂອກາດ ແລະປັບຕົວກັບສະພາບດິນຟ້າອາກາດ. U.22 ຫວຽດນາມ ພວມຄ່ອຍໆເຂົ້າສູ່ຈັງຫວະຜ່ານການຮ່ຳຮຽນ, ຖອດຖອນບົດຮຽນ ແລະການຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ. ຄູຝຶກ Troussier ແມ່ນຄົນໃຈຍາກໃນການຝຶກແອບເພື່ອຊ່ວຍ U.22 ຫວຽດນາມ ສ້າງຜົນງານຕໍ່ໜ້າຄູ່ແຂງທີ່ມີລະດັບສູງ. ຄື ແມ່ນ U.22 ໄທ ໃນການແຂ່ງຂັນຍາດອັນດັບທີ 1 ຂອງກຸ່ມ B, ຈາກນັ້ນອາດຈະແມ່ນ U.22 ອິນໂດເນເຊຍ ຫຼື U.22 ມຽນມາ. ປີ້ເຂົ້າຮອບຮອງຊະນະເລີດເຖິງແຕ່ວ່າປະສົບຄວາມຫຍຸ້ງຍາກ, ແຕ່ໄດ້ສ້າງຫຼາຍໂອກາດເພື່ອໃຫ້ U.22 ຫວຽດນາມ ກະກຽມຢ່າງລອບຄອບຖີ່ຖ້ວນໃນການແຂ່ງຂັນນັດຕໍ່ໄປ.

ໂດຍ: ຈາງຫງວຽນ