ເປີດງານມະຫາກໍາກິລາຊີເກມ ຄັ້ງທີ 32 - ສັນຍາລັກຂອງອາຊຽນ ແຫ່ງຄວາມສາມັກຄີ, ຄວາມຄາດຫວັງຢາກດໍາລົງຊີວິດໃນສັນຕິພາບ
ກປ.ອອນໄລ - ຕອນຄ່ຳວັນທີ 5 ພຶດສະພາ, ທວນໄຟ ຊີເກມ ຄັ້ງທີ 32 ໄດ້ລຸກຂຶ້ນຢູ່ສະໜາມ Morodok Techo ເປັນການເປີດສາກການແຂ່ງຂັນຢ່າງຄຶກຄື້ນໃນງານມະຫາກຳກິລາຊີເກມ ຄັ້ງທີ 32 ຢູ່ປະເທດກຳປູເຈຍ.
ດ້ວຍຄຳຂວັນທີ່ວ່າ: “ກິລາ-ດຳລົງຊີວິດໃນສັນຕິພາບ”, ງານມະຫາກຳກິລາຊີເກມ ຄັ້ງທີ 32 ໄດ້ດຶງດູດນັກກິລາເກືອບ 13.000 ຄົນ ທີ່ມາຈາກ 11 ປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແຂ່ງຂັນ 37 ປະເພດກິລາດ້ວຍ 583 ລາຍການ.
ຄະນະກິລາຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 32 ມີສະມາຊິກ 1.003 ຄົນ, ໃນນັ້ນມີ: ຫົວໜ້າຄະນະ 1 ຄົນ, ຮອງຫົວໜ້າຄະນະ 2 ຄົນ, ພະນັກງານ 30 ຄົນ, ທ່ານໝໍ 31 ຄົນ, ຫົວໜ້າທີມ 38 ຄົນ, ນັກຊ່ຽວຊານ 10 ຄົນ, ຄູຝຶກ 189 ຄົນ, ນັກກິລາ 702 ຄົນ.
ຄະນະກິລາຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນ 31 ປະເພດກິລາ (446 ລາຍການ), ວາງເປົ້າໝາຍຍາດໄດ້ຫຼຽນຄຳ 90-120 ຫຼຽນ, ໃຫ້ໄດ້ນອນໃນທອັບ 3 ໃນງານ.
    |
 |
ບັນຍາກາດທີ່ພິທີເປີດງານມະຫາກໍາກິລາຊີເກມ ຄັ້ງທີ 32. ພາບ: ເລີມຖວາ |
    |
 |
ຄະນະກິລາຫວຽດນາມ ທີ່ພິທີເປີດງານມະຫາກໍາກິລາຊີເກມ ຄັ້ງທີ 32. ພາບ: ຕວ໊ນຫື໊ວ. |
    |
 |
ລາຍການສະແດງສິລະປະທີ່ພິທີເປີດງານມະຫາກໍາກິລາຊີເກມ ຄັ້ງທີ 32. ພາບ: ເລີມຖວາ |
ໂດຍ: ທູຈາງ