leftcenterrightdel
ຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ມອບຂອງຂວັນໃຫ້ຜູ້ຕາງໜ້າຄະນະກິລາຫວຽດນາມ. ພາບ: ກຸ໊ຍເລື້ອງ

ເມື່ອພົບປະກັບບັນດາຄູຝຶກ ແລະນັກກິລາຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ເນັ້ນໜັກວ່າ: ງານມະຫາກຳກິລາຊີເກມ ຄັ້ງທີ 32 ບໍ່ພຽງແຕ່ແມ່ນສະຖານທີ່ແຂ່ງຂັນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເພື່ອໃຫ້ນັກກິລາສະແດງໃຫ້ເຫັນຈິດໃຈຫວຽດນາມ, ວັດທະນະທຳຫວຽດນາມ, ກໍາລັງແຮງຂອງຊາວຫວຽດນາມ; ຮຽກຮ້ອງໃຫ້ບັນດານັກກິລາແຂ່ງຂັນດ້ວຍຈິດໃຈກິລາອັນສູງສົ່ງ ແລະສ້າງຜົນງານສະຫງ່າລາສີໃຫ້ແກ່ປະເທດຊາດ.

ມາຮອດປະຈຸບັນ, ຄະນະກິລາຫວຽດນາມ ລວມມີ 451 ຄົນ ແມ່ນພະນັກງານ, ທ່ານໝໍ, ນັກຊ່ຽວຊານ, ຄູເຝິກ ແລະນັກກິລາຂອງ 21 ທີມ ໄດ້ມີໜ້າຢູ່ປະເທດກຳປູເຈຍ.

ໂດຍ: ທູຈາງ