ໜັງສືພິມ Titan Sports ຫາກໍ່ແຈ້ງລາຍຊື່ນັກເຕະບານທີ່ໂດດເດັ່ນທີ່ສຸດຂອງອາຊີ 25 ຄົນ, ກ່ອນທີ່ຈະຄັດເລືອກເອົາແຕ່ 5 ຄົນເຂົ້າຮອບຮັບນາມມະຍົດໝາກບານຄໍາອາຊີ 2022. ກອງໜ້າ ຕ໊ຽນລິງ ແມ່ນໜຶ່ງໃນ 3 ນັກເຕະບານອາຊີຕາເວັນອອກສ່ຽງໃຕ້ ທີ່ນອນໃນບັນຊີລາຍຊື່ນີ້, ພ້ອມກັບກອງຫຼັງ Theerathon Bunmathan (ໄທ) ແລະກອງໜ້າ Bunmathan (ສິງກະໂປ). ນີ້ແມ່ນເທື່ອທີສອງທີ່ ຕ໊ຽນລິງ ໄດ້ສະເໜີຊື່ຮັບນາມມະຍົດໝາກບານຄໍາອາຊີ. ປີ 2021, ຕ໊ຽນລິງ ຢືນອັນດັບທີ 22 ໃນບັນຊີລາຍຊື່.

leftcenterrightdel
ກອງໜ້າ ຕ໊ຽນລິງ (ເບີ 22) ໄດ້ສະເໜີຊື່ຮັບນາມມະຍົດໝາກບານຄໍາອາຊີ 2022. ພາບ: ຫວຽດອານ

ໃນບົດຂຽນແນະນໍາ, ໜັງສືພິມ Titan Sports ໃຫ້ຂໍ້ສັງເກດວ່າ “ຕ໊ຽນລິງ ເຕະດີ ແລະຍາດໄດ້ນາມມະຍົດເຕະເຂົ້າໂກນຫຼາຍທີ່ສຸດ AFF Cup 2022. ນອກຈາກນັ້ນ, ໃນນັດຊະນະທີມຊາດຈີນ ຢູ່ຮອບຄັດເລືອກທີສາມ World Cup 2022 ພາກພື້ນອາຊີ, ຕ໊ຽນລິງ ສະແດງອອກໃຫ້ເຫັນການຫຼິ້ນທີ່ດີໃນຕຳແໜ່ງກອງໜ້າຫຼັກ ແລະຍິງເຂົ້າປະຕູຂຶ້ນເປັນ 2-0”.

ຕ໊ຽນລິງ ກໍ່ແມ່ນນັກເຕະບານສໍາຄັນທີ່ຊ່ວຍໃຫ້ທີມ U22 ຫວຽດນາມ ຍາດໄດ້ຫຼຽນຄໍາ ທີ່ຊີເກມ 31. ຢູ່ລະດັບສະໂມສອນ, ຕ໊ຽນລິງ ຍິງເຂົ້າ 9 ປະຕູໃຫ້ສະໂມສອນ Becamex ບິ່ງເຢືອງ ຢູ່ V-League 2022, ລອດເຂົ້າທອັບນັກເຕະບານພາຍໃນປະເທດຍິງເຂົ້າປະຕູໄດ້ຫຼາຍທີ່ສຸດ V-League 2022.

ໝາກບານຄໍາອາຊີ ແມ່ນນາມມະຍົດໂດຍ Titan Sports ຈັດຕັ້ງມອບໃຫ້ນັກເຕະບານໂດດເດັ່ນມາແຕ່ປີ 2013. ນັກເຕະບານ Son Heung-min ແມ່ນນັກເຕະຍາດໄດ້ນາມມະຍົດນີ້ຫຼາຍທີ່ສຸດ, ໄດ້ 7 ເທື່ອ. ຄາດວ່າ ພິທີປະກາດຮັບນາມມະຍົດໝາກບານຄໍາອາຊີ 2022 ຈະດໍາເນີນໃນເດືອນ ກຸມພາ 2023.

ໂດຍ: ໄຊນີດາ