leftcenterrightdel
ນັກເຕະຕຽນລິງ. ພາບ: VFF

ຕອນຄ່ຳວັນທີ 9 ມັງກອນ, ຢູ່ສະໜາມກິລາ ແຫ່ງຊາດ ມີດິງ, ຮ່າໂນ້ຍ, ໄດ້ດຳເນີນນັດແຂ່ງຂັນບານເຕະຮອບຮອງຊະນະເລີດຂາກັບໃນການແຂ່ງຂັນບານເຕະ AFF Cup 2022 ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.

ໃນນາທີທີ 3, ທີມຊາດບານເຕະຫວຽນາມເຕະເຂົ້າ 1 ປະຕູ. ຫຼັງຈາກນັ້ນ, ຕົ້ນຕັງທີ 2 ທີມຊາດບານເຕະ ຫວຽດນາມ ເຕະເຂົ້າປະຕູທີ 2 ໃນນາທີທີ 47. ດ້ວຍໝາກຜົນ 2 - 0 ປະຕູ, ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ AFF Cup 2022.

ຄູ່ແຂ່ງຂອງທີມຊາດບານເຕະ ຫວຽດນາມ ຈະໄດ້ກຳນົດໃນນັດແຂ່ງຂັນຮອບຮອງຊະນະເລີດທີ 2 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 10 ມັງກອນ, ຢູ່ສະໜາມກິລາທຳມະສາດ, ນະຄອນ ຣັງສິດ, ແຂວງ ປະທຸມ ທານີ, ລະຫວ່າງທີມບານເຕະແຫ່ງຊາດ ໄທ ແລະ ທີມບານເຕະແຫ່ງຊາດ ມາເລເຊຍ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ