ໃນນາທີຕໍ່ມາທີມຫວຽດນາມ ຍິງເຂົ້າອີກ 2 ປະຕູໃນນາທີທີ 27 ແລະນາທີທີ 72 ຂອງນັກເຕະ ຕ໊ຽນລິງ ແລະງອັກກວາງ, ຈົບເກມ ທີມຊາດຫວຽດນາມ ຊະນະທີມຊາດມຽນມາ ດ້ວຍ 3-0 ປະຕູ.

leftcenterrightdel
ຄວາມດີໃຈຂອງນັກເຕະຫວຽດນາມ ເມື່ອຍິງເຂົ້າປະຕູ ທີມຊາດມຽນມາ. ພາບ: qdnd.vn

ດ້ວຍໝາກຜົນດັ່ງກ່າວ, ທີມຊາດຫວຽດນາມ ມີ 10 ຄະແນນ ຢືນອັນດັບທີ 1 ກຸ່ມ B ເຂົ້າຮອບຮອງຊະນະເລີດ ແລະຈະພົບກັບທີມຊາດອິນໂດເນເຊຍ (ຂາໄປ ວັນທີ 6 ມັງກອນ, ຂາກັບວັນທີ 9 ມັງກອນ). ການແຂ່ງຂັນໃນເວລາດຽວກັນນີ້, ທີມຊາດມາເລເຊຍ ຊະນະທີມຊາດສິງກະໂປ ດ້ວຍ 4-1 ປະຕູ ເພື່ອເຂົ້າຮອບຮອງຊະນະເລີດ ດ້ວຍອັນດັບທີ 2 ກຸ່ມ B ແລະຈະພົບກັບທີມຊາດໄທ.

ໂດຍ: ໄຊນີດາ