ທີມຊາດຫວຽດນາມ ຊະນະທີມຊາດມາເລເຊຍ: 3-0 ປະຕູ
ກປ.ອອນໄລ - ດ້ວຍການຍິງເຂົ້າປະຕູໃນນາທີທີ 28 ຂອງນັກເຕະ ຕ໊ຽນລີງ ແລະຕ້ອງແຂ່ງຂັນໃນເງື່ອນໄຂຂາດນັກເຕະ, ແຕ່ດ້ວຍຄຸນນະທາດ, ທັກສະການເຕະທີ່ໂດດເດັ່ນ, ທີມຊາດຫວຽດນາມ ໄດ້ຊະນະທີມຊາດມາເລເຊຍ ດ້ວຍ 3-0 ປະຕູ, ບືນຕົວຂຶ້ນນໍາໜ້າກຸ່ມ B ການແຂ່ງຂັນ AFF Cup 2022.
ເມື່ອນັກເຕະ ວັນຕ່ວານ ຖືກຮັບບັດແດງ ບໍ່ໄດ້ແຂ່ງຂັນຕໍ່ໄປອີກໃນນາທີທີ 32, ຫຼາຍຄົນຄິດວ່າທີມຊາດຫວຽດນາມ ຈະແຂ່ງຂັນແບບປ້ອງກັນ ເພື່ອຮັກສາປະຕູ, ແຕ່ນັກເຕະ ແລະຄູຝຶກ Park Hang-seo ຍັງແຂ່ງຂັນຢ່າງຂ້ຽວຂາດ ແລະສ້າງຫຼາຍໂອກາດ, ກໍ່ຄວາມອັນຕະລາຍໃຫ້ແກ່ຄູ່ແຂ່ງ.
    |
 |
ຄວາມເບີກບານມ່ວນຊື່ນຂອງບັນດານັກເຕະຫວຽດນາມ. ພາບ: ຕວ໊ນຮຸຍ |
ເຖິງວ່າແຂ່ງຂັນດ້ວຍຄວາມຕັດສິນໃຈສູງ, ແຕ່ທີມຊາດມາເລເຊຍ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ ບໍ່ສາມາດຍິງເຂົ້າປະຕູໄດ້. ຜົນການແຂ່ງຂັນປະກົດວ່າ ທີມຊາດຫວຽດນາມ ຊະນະທີມຊາດມາເລເຊຍ ດ້ວຍ 3-0 ປະຕູ. ພາຍຫຼັງການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ຍາດໄດ້ 6 ຄະແນນ ແລະລອດເຂົ້າຮອບຮອງຊະນະເລີດ.
ໂດຍ: ທູຈາງ