ASEAN Para Games 1
ທັບກິລາຫວຽດນາມ ລື່ນກາຍຄາດໝາຍທີ່ໄດ້ຕັ້ງເປົ້າໄວ້
ກປ.ອອນໄລ - ວັນທີ 4 ສິງຫາ, ທີ່ອິນໂດເນເຊຍ, ທັບກິລາຫວຽດນາມ ສືບຕໍ່ແຂ່ງຂັນສ້າງຄວາມປະທັບໃຈ ທີ່ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ປີ 2022 (ASEAN Para Games 11).
    |
 |
ນັກກິລາ ຈິ້ງທິບິກ ຍາດໄດ້ຫຼຽນຄໍາ ແລະທຳລາຍສະຖິຕິຂອງງານມະຫາກຳກິລາ ໃນການແຂ່ງຂັນລອຍແມງກະເບື້ອຍິງ 50 ແມັດ ລະດັບພິການ S6. ພາບ: ຟ້າມເຢືອງ |
ທີມລອຍນໍ້າແມ່ນພົ້ນເດັ່ນທີ່ສຸດເມື່ອຍາດໄດ້ຕື່ມ 12 ຫຼຽນຄໍາ. ຄືແນວນັ້ນ, ທີມລອຍນໍ້າຫວຽດນາມ ຍາດໄດ້ 23 ຫຼຽນຄໍາ, 19 ຫຼຽນເງິນ, 8 ຫຼຽນທອງ ແລະທຳລາຍສະຖິຕິຂອງງານມະຫາກຳກິລາ. ໃນການແຂ່ງຂັນໝາກເສິກໄວ, ທີມໝາກເສິກຫວຽດນາມ ຍາດໄດ້ 6 ຫຼຽນຄໍາ, 3 ຫຼຽນເງິນ; 3 ຫຼຽນທອງ...
ໄລ່ຮອດເວລາ 21 ໂມງ ຂອງວັນທີ 4 ສິງຫາ, ທັບກິລາຫວຽດນາມ ຍາດໄດ້ 50 ຫຼຽນຄໍາ, 44 ຫຼຽນເງິນ và 30 ຫຼຽນທອງ; ໄດ້ອັນດັບທີ 3 ຊົ່ວຄາວ ໃນຕາຕະລາງຈັດອັນດັບຫຼຽນ, ລື່ນກາຍຄາດໝາຍທີ່ໄດ້ຕັ້ງເປົ້າໄວ້. ນຳໜ້າແມ່ນປະເທດເຈົ້າພາບອິນໂດເນເຊຍ ດ້ວຍ 111 ຫຼຽນຄຳ, 80 ຫຼຽນເງິນ, 61 ຫຼຽນທອງ.
ໂດຍ: ທູຈາງ