leftcenterrightdel
ທີມບານເຕະຍິງ U.18 ຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ ຍີ່ປຸ່ນ. ພາບ: VFF

ຕາມຂໍ້ກຳນົດ, ທີມບານເຕະຍິງ U.18 ຫວຽດນາມ ໄດ້ປະຕິບັດການແຍກປ່ຽວຢູ່ໂຮງແຮມເປັນເວລາ 3 ວັນ ແລະກວດເຊື້ອໂຄວິດ-19 ຜົນກວດເປັນຜົນລົບຈຶ່ງເລີ່ມຝຶກແອບໄດ້. ໃນໄລຍະຝຶກແອບຢູ່ຍີ່ປຸ່ນ, ທີມບານເຕະຍິງ U.18 ຫວຽດນາມ ຈະມີການແຂ່ງຂັນມິດຕະພາບ 2 ນັດໃນວັນທີ 23  ແລະວັນທີ 27 ມິຖຸນາ ກັບທີມຝຶກງານຫວຽດນາມ ຢູ່ຍີ່ປຸ່ນ ແລະທີມ Okayama Yunogo Belle.

ກ່ອນໜ້ານັ້ນ, ທີມໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາການນຳນະຄອນ Mimasaka. ບັນດາສະມາຊິກຂອງທີມໄດ້ໄປຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບເຈົ້າຄອງນະຄອນ ກ່ອນທີ່ຈະເລີ່ມຝຶກແອບຢູ່ທີ່ນີ້.

ໂດຍ: ທະນາພອນ